ທ່ານນາງ Jilan Wahba Abdalmajid (ພາບ: irishexaminer.com)

ວັນທີ 5 ພະຈິກ, ອຽກລັງ ໄດ້ຮັບຮູ້ເລື່ອງແຕ່ງຕັ້ງເອກອັກຄະລັດຖະທູດ ປາແລັດສະຕິນ ເປັນຄັ້ງທຳອ, ພາຍຫຼັງທີ່ຮັບຮອງລັດ ປາແລັດສະຕິນ ຢ່າງເປັນທາງການໃນເດືອນ ພຶດສະພາ ຜ່ານມາ. ຕາມການຢັ້ງຢືນຈາກບັນດາເຈົ້າໜ້າທີ່ອາວຸໂສໃນອຳນາດການປົກຄອງ ອຽກລັງ ແລ້ວ, ທ່ານນາງ Jilan Wahba Abdalmajid ຫົວໜ້າຄະນະທຸຕານຸທູດ ປາແລັດສະຕິນ ຢູ່ ອຽກລັງ ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດຂອງ ປາແລັດສະຕິນ ປະຈຳ ອຽກລັງ ຢ່າງເປັນທາງການ.

ອຽກລັງ ໄດ້ຮັບຮູ້ ປາແລັດສະຕິນ ແມ່ນ “ລັດໜຶ່ງທີ່ມີອະທິປະໄຕ ແລະ ເອກະລາດ” ລວມທັງເຂດ ກາຊາ ແລະ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໃນວັນທີ 28 ພຶດສະພາ. ສອງຝ່າຍໄດ້ສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການໃນເດືອນ ກັນຍາ. ແອັດສະປາຍ ແລະ ນອກແວ ກໍຮັບຮອງ ລັດ ປາແລັດສະຕິນ ໃນວັນດຽວກັນກັບ ອຽກລັງ, ໃນຂະນະ ສະໂລເວເນຍ ມີການກະທຳຄ້າຍຄືກັນໃນວັນທີ 04 ມິຖຸນາ. ການຕັດສິນຂອງດັ່ງກ່າວບັນດາປະເທດເອີຣົບ ຕ້ອງປະເຊີນໜ້າກັບການຄັດຄ້ານຂອງ ອິດສະຣາແອັນ.