ທ່ານ ຟ້າມແມັ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ກ່າວຄຳເຫັນທີ່ໂຄງການ |
ຕອນບ່າຍວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ມະຫາວິທະຍາໄລເສດຖະກິດມະຫາຊົນ, ສື່ເອເລັກໂຕນິກ ວິທະຍຸກະຈາຍສຽງ ຫວຽດນາມ (VOV), ໂຄງການພັດທະນາ ສປຊ (UNDP - ຫວຽດນາມ) ແລະ ສູນພັດທະນາວິທະຍາສາດເຕັກໂນໂລຢີ ແລະ ຜູ້ມີຄວາມເກັ່ງກ້າສາມາດໜຸ່ມ - ສູນກາງຄະນະຊາວໜຸ່ມພັກກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັນຈັດຕັ້ງໂຄງການ “ຍົກສູງຄວາມສາມາດດ້ານດີຈີຕອນໃຫ້ແກ່ ຊາວໜຸ່ມເຍົາວະຊົນ - Skill Our Future”.
ກ່າວຄຳເຫັນທີ່ໂຄງການ, ທ່ານ ຟ້າມແມັ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ຖືວ່າ ໃນສັງກາດດີຈີຕອນ, ການຫັນເປັນດີຈີຕອນ ແມ່ນທ່າອ່ຽງທີ່ຕ້ອງເປັນໄປ, ໂດຍໄດ້ດຳເນີນຢ່າງຮອບດ້ານໃນທຸກດ້ານຂອງຊີວິດ, ນັບທັງຂອບເຂດພາຍໃນປະເທດ ແລະ ທົ່ວໂລກ. ທ່ານຮອງຜູ້ອຳນວຍການໃຫຍ່ VOV ຟ້າມແມັ້ງຮຸງ ເນັ້ນໜັກວ່າ:
ພວກເຮົາພວມຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍໃຫຍ່ກ່ຽວກັບທັກສະດີຈີຕອນ, ແກ້ໄຂວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ ແລະ ນັກຮຽນ, ນັກສຶກສາ, ພິເສດແມ່ນໃນສະພາບການທົວໂລກະພິວັດ ເມື່ອຕະຫຼາດແຮງງານໄດ້ຮັບການເປີດປະຕູ. ພວກຂ້າພະເຈົ້າຈະຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ ກໍ່ຄືທ່າອ່ຽງໃນການຫັນເປັນດີຈີຕອນຂອງບັນດາຂະແໜງການ.

