ເວທີປາໄສດ້ວຍຫົວຂໍ້: “ອະນາຄົດຍຸດທະສາດທະນາຄານດີຈີຕອນ ຢູ່ ຫວຽດນາມ” (ພາບ:VGP)

ຕາມທ່ານນາງ ຫງວຽນຖຸ່ຍເຢືອງ, ຮອງຫົວໜ້າສະໂມສອນ Fintech, ສະຫະສະມາຄົມທະນາຄານ ແລ້ວ, ປັດຈຸບັນ ມີ 42% ອົງການສິນເຊື່ອ ພວມສ້າງຍຸດທະສາດຫັນເປັນດີຈີຕອນ; 28% ໄດ້ ແລະ ກຳລັງປະຕິບັດການຜັນຂະຫຍາຍຫັນເປັນດີຈີຕອນສະສົມກັບຍຸດທະສາດດຳເນີນທຸລະກິດ ແລະ 11% ໄດ້ຮັບການອະນຸມັດຜ່ານ ແລະ ພວມຜັນຂະຫຍາຍຍຸດທະສາດຫັນເປັນດີຈີຕອນຕ່າງຫາກ.

ການຫັນເປັນດີຈີຕອນໃນທະນາຄານ ຈະສ້າງບາດກ້າວບຸກທະລຸໃຫ້ແກ່ຂະແໜງການບໍລິການການເງິນຂອງ ຫວຽດນາມ. ໃນເວທີປາໄສ, ບັນດາຜູ້ແທນຖືວ່າ ຄວນຫັນຊ່ອງທາງຈຳໜ່າຍ ແລະ ຜະລິດຕະພັນແບບເກົ່າເປັນດີຈີຕອນ, ພ້ອມກັນນັ້ນ ສ້າງຮູບແບບທະນາຄານດີຈີຕອນສະເພາະແກ່ກຸ່ມລູກຄ້າໃໝ່, ຜະລິດຕະພັນດີຈີຕອນ ແລະ ເຄື່ອງໝາຍດີຈີຕອນໃໝ່