ທ່ານຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ຫງວຽນຈ້ອງເຫງຍ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຈີນ ເຄືອເຫວີຍ (ພາບ: VOV)

ທີ່ການຕ້ອນຮັບ, ທ່ານຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ຫງວຽນຈ້ອງເຫງຍ ຖືວ່າ ການພົວພັນດ້ານການເມືອງ, ການຕ່າງປະເທດລະຫວ່າງ ຫວຽດນາມ ແລະ ຈີນ ໃນໄລຍະຜ່ານມາໄດ້ຮັກສາທ່າອ່ຽງພັດທະນາ ແລະ ເພີ່ມທະວີຢ່າງບໍ່ຢຸດຢັ້ງ. ທ່ານ ຫງວຽນຈ້ອງເຫງຍ ສະເໜີໃຫ້ສອງປະເທດສຸມໃສ່ເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງດ້ວຍຮູບແບບທີ່ມີໄຫວພິບ, ວາງອອກທິດທາງທີ່ຖືກຕ້ອງໃຫ້ແກ່ການພົວພັນສອງພັກ, ສອງປະເທດພັດທະນາຢ່າງມີສະຖຽນລະພາບ, ໂປ່ງໃສເຂັ້ມແຂງ; ຄຸ້ມຄອງ ແລະ ຄວບຄຸມຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີກວ່າ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ສະແດງຄວາມປາດຖະໜາວ່າສອງຝ່າຍຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ການພົວພັນມິດຕະພາບລະຫວ່າງບັນດາອົງການໝູ່ຄະນະການເມືອງສອງປະເທດ, ເປີດກວ້າງການພົວພັນລະຫວ່າງບັນດາທ້ອງຖິ່ນເຂດຊາຍແດນ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດທ່ອງທ່ຽວ, ເພື່ອໃຫ້ປະຊາຊົນສອງປະເທດ ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ນ້ຳໃຈມິດຕະພາບ, ທັງຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ.

ສ່ວນທ່ານເອກອັກຄະລັດຖະທູດ ເຄືອເຫວີຍ ຕີລາຄາວ່າ ການພົວພັນມິດຕະພາບລະຫວ່າງສອງພັກ, ສອງປະເທດໃນໄລຍະຜ່ານມາ ສືບຕໍ່ໄດ້ຮັບການປັບປຸງ ໂດຍຜ່ານບັນດາການຢ້ຽມຢາມ, ແລກປ່ຽນຄະນະຜູ້ແທນຂັ້ນສູງ, ການໂອ້ລົມທາງໂທລະສັບ, ການພົບປະເປັນປະຈຳຂອງການນຳສອງພັກ, ສອງລັດ. ທ່ານຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ຫງວຽນຈ້ອງເຫງຍ ແລະ ທ່ານເອກອັກຄະລັກຖະທູດ ເຄີຍເຫວີຍ ກໍເຫັນດີເປັນເອກະພາບພ້ອມກັນຮ່ວມມືຊຸກຍູ້ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສອງພັກໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ; ເປີດກວ້າງເນື້ອໃນແລກປ່ຽນບົດຮຽນປະສົບການກໍ່ສ້າງພັກໃນສື່ສັງຄົມອອນໄລ ແລະ ປະສົບການໃນການຄຸ້ມຄອງ, ກຳນົດທິດບັນດາອົງການສື່ມວນຊົນ.-