ພາບປະກອບ: VOV |
ແຂວງແຄ້ງຮ່ວາອາດຈະຕອບສະໜອງທຸກຄວາມຮຽກຮ້ອງຕ້ອງການຂອງແຂກທ່ອງທ່ຽວລັດເຊຍ. ນັ້ນແມ່ນການຢັ້ງຢືນຂອງທ່ານ ຮ່ວາງວັນວິງ ປະທານສະມາຄົມການທ່ອງທ່ຽວແຂວງແຄ້ງຮ່ວາ, ທີ່ກອງປະຊຸມສົ່ງເສີມການທ່ອງທ່ຽວແຂວງ ແຄ້ງຮ່ວາຢູ່ສະຫະພັນ ລັດເຊຍ, ເຊິ່ງໄດ້ດຳເນີນຫວ່າງແລ້ວນີ້ຢູ່ມົດສະກູ, ສະຫະພັນລັດເຊຍ. ກອງປະຊຸມມີການເຂົ້າຮ່ວມຂອງຄະນະຜູ້ແທນສະຖານທູດ ຫວຽດນາມ ປະຈຳ ສະຫະລັດ ລັດເຊຍ ໂດຍທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ນຳໜ້າ, ຜູ້ຕາງໜ້າພະແນກການທ່ອງທ່ຽວນະຄອນ ມົດສະກູ, ພ້ອມກັບການເຂົ້າຮ່ວມຂອງຜູ້ແທນຜູ້ຕາງໜ້າກ່ວາ 130 ທ່ານຂອງວິສາຫະກິດຈາກລັດເຊຍ ແລະ ແຂວງແຄ້ງຮ່ວາ. ທ່ານ ຮ່ວາງວັນວິງ ປະທານສະມາຄົມ ການທ່ອງທ່ຽວຍາຈາງ ແຄ້ງຮ່ວາ ໃຫ້ຮູ້ວ່າ:
ໂຄງການຂະແໜງການທ່ອງທ່ຽວແຂວງແຄ້ງຮ່ວາຄັ້ງນີ້ ຢູ່ລັດເຊຍໂດຍເພື່ອແນໃສ່ເປົ້າໝາຍແມ່ນສົ່ງເສີມການທ່ອງທ່ຽວນຳແຂກທ່ອງທ່ຽວລັດເຊຍມາທ່ຽວແຄ້ງຮ່ວາ ແລະ ນຳແຂກທ່ອງທ່ຽວຫວຽດນາມໄປທ່ຽວລັດເຊຍ. ບັນຫານັ້ນພັດຕັ້ງບັນຫາໃຫ້ສະມາຄົມທ່ອງທ່ຽວວ່າ ຈະເຮັດແນວໃດເພື່ອເພີ່ມແຂກທ່ອງທ່ຽວລັດເຊຍ ມາຍັງ ຫວຽດນາມ ແລະ ກົງກັນຂ້າມແມ່ນເພີ່ມແຂກທ່ອງທ່ຽວຫວຽດນາມໄປທ່ຽວລັດເຊຍຄືກ່ອນເວລາເກີດພະຍາດໂຄວິດ - 19.

