ທ່ານອະດີດນາຍົກລັດຖະມົນຕີ ມາເລເຊຍ Tun Abdullah Ahmad Badawi ເຖິງແກ່ມໍລະນະກຳ(ພາບ: TTXVN)
|
ໂດຍໄດ້ຮັບຂ່າວວ່າ, ທ່ານອະດີດນາຍົກລັດຖະມົນຕີ ມາເລເຊຍ Tun Abdullah Ahmad Badawi ເຖິງແກ່ມໍລະນະກຳ, ວັນທີ 15 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim; ທ່ານນຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ Dato Seri Utama Haji Mohamad Bin Haji Hasan ແລະ ທ່ານປະທານພັກ UMNO Datuk Seri Dr.Ahmad Zahid Hamidi.

