ໂດຍໄດ້ຮັບຂ່າວວ່າໄດ້ເກີດເຫດແຜນດິນໄຫວຢູ່ ໄທ ແລະ ມຽນມາ, ກໍ່ຄວາມເສຍຫາຍຢ່າງໜັກໜ່ວງທາງດ້ານຊີວິດອີນຊີ ແລະ ຊັບສົມບັດ ໃນວັນທີ 28 ມີນາ, ໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວມາຍັງ ມະຫາ ວະຈິ້ຣາລອງກອນ ບາດີບທໍຣານເທບຣາວະຣານກຸນ; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວມາຍັງ ທ່ານ ນາຍົກລັດຖະມົນຕີ ໄທ ນາງ ແພທອງທານ ຊິນນະວັດ; ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວມາຍັງ ທ່ານປະທານສະພາຕ່ຳ ໄທ ວັນມູຫະມັດນໍ ມະທາ.

ແລະກໍ່ໃນວັນດຽວກັນ, ຮອງຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວມາຍັງທ່ານລັດຖະມົນຕີການຕ່າງປະເທດ ໄທ ມາຣິດ ແສງສິມພົງ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ມຽນມາ U Than Swe.