ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ, ປະທານ AIPA – 41 (ພາບ: tuoitre.vn) |
ຕໍ່ໜ້າການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ - 19, ດ້ວຍບົດບາດເປັນປະທານ AIPA ປີ 2020, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ, ປະທານ AIPA – 41 ໄດ້ສົ່ງຈົດໝາຍເຖິງປະທານລັດຖະສະພາບັນດາປະເທດສະມາຊິກຂອງ AIPA. ໃນຈົດໝາຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ລັດຖະສະພາແຕ່ລະປະເທດສະມາຊິກ AIPA ພ້ອມກັນຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານບັນດາປະເທດ ອາຊຽນ ຮັບມືກັບໂລກລະບາດ ດ້ວຍເລື່ອງເສີມຂະຫຍາຍບົດບາດຂອງຕົນຢ່າງແຮງ, ຜ່ານບັນດາມາດຕະການ ແລະ ນະໂຍບາຍໂດຍລັດຖະບານສະເໜີ ເພື່ອແນໃສ່ຮັບມືກັບໂລກລະບາດ; ສ້າງຄວາມສະດວກໃຫ້ແກ່ການຈັດແບ່ງແຫຼ່ງກຳລັງ ແລະ ເພີ່ມທະວີການເຊື່ອມຕໍ່ກັບປະຊາຊົນ. ທ່ານປະທານສະພາແຫ່ງຊາດເນັ້ນໜັກວ່າ: ຍິ່ງກວ່າເວລາໃດໝົດ, ປະຊາຄົມ ອາຊຽນ ຕ້ອງຍົກສູງນ້ຳໃຈຄວາມສາມັກຄີ, ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນແລະກັນຕໍ່ໜ້າສະພາບການຂອງໂລກລະບາດໂຄວິດ - 19. ບັນດາສະມາຊິກລັດຖະສະພາຕ້ອງສືບຕໍ່ແຜ່ຂະຫຍາຍສານແຫ່ງຄວາມສາມັກຄີ, ຄວາມຮັກແພງ, ລະດົມກຳລັງໃຈປະຊາຊົນທຸກຄົນ, ໂດຍສະເພາະແມ່ນບັນດາກຳລັງຢູ່ແນວໜ້າປ້ອງກັນ ແລະ ສະກັດກັ້ນໂລກລະບາດ.
ປະທານສະພາແຫ່ງຊາດ ຢັ້ງຢືນວ່າ ສະພາແຫ່ງຊາດຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ແລະ ພ້ອມກັບການໜູນຊ່ວຍ ແລະ ຄວາມເຫັນດີເຫັນພ້ອມຂອງລັດຖະສະພາບັນດາປະເທດສະມາຊິກ AIPA ເພື່ອນຳມາເຊິ່ງຜົນສຳເລັດຂອງປີປະທານ, ເພື່ອສະພາບແວດລ້ອມການດໍາລົງຊີວິດແຫ່ງສັນຕິພາບ, ປອດໄພ ແລະ ມີຄວາມຜາສຸກມາໃຫ້ປະຊາຊົນ, ການພັດທະນາແບບຍືນຍົງ, ຄວາມວັດທະນາຖາວອນຂອງແຕ່ລະປະເທດ ອາຊຽນ ແລະ ໃນທົ່ວໂລກ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

