ທ່ານປະທານາທິບໍດີ ອາເມລິກາ Donald Trump ພົບປະກັບທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໃນວັນທີ 28/7/2025 (ພາບ: REUTERS/Evelyn Hockstein) |
ວັນທີ 28 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງຈະຫຼຸດກຳນົດເວລາຢຸດຕິການປະທະກັນ 50 ວັນເຊິ່ງທ່ານໄດ້ວາງອອກສຳລັບ ລັດເຊຍ ແນໃສ່ບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ ຢູແກຼນ, ພ້ອມທັງໃຫ້ຮູ້ວ່າ ຈະຍົກອອກກຳນົດເວລາໃໝ່ໃນລະຫວ່າງ 10 ຫາ 12 ວັນຈະມາເຖິງ. ເມື່ອກ່າວຄຳເຫັນໃນການພົບປະກັບທ່ານປະທານາທິບໍດີ ອັງກິດ Keir Starmer ຢູ່ Scotland, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານບໍ່ພໍໃຈກັບຄວາມຄືບໜ້າໃນຄວາມມານະພະຍາຍາມຢຸດຕິການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ໃນປັດຈຸບັນ. ອາເມລິກາ ຈະຈັດວາງບັນດາມາດຕະການລົງໂທດເພີ່ມເຕີມສຳລັບ ລັດເຊຍ ແລະ ບັນດາປະເທດທີ່ຊື້ສິນຄ້າສົ່ງອອກຂອງ ລັດເຊຍ ຖ້າບໍ່ບັນລຸໄດ້ຂໍ້ຕົກລົງໃນໄວໆນີ້.
ໃນການຜັນແປທີ່ກ່ຽວຂ້ອງ, ວັນທີ 28 ກໍລະກົດ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ລັດເຊຍ ຍັງບໍ່ທັນດຳເນີນບໍ່ວ່າການກະກຽມລະອຽດໃດໃຫ້ແກ່ການພົບປະລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ຢູ່ ຈີນ ໃນເດືອນກັນຍາຈະມາເຖິງ ເພາະວ່າ ສອງຝ່າຍຍັງບໍ່ທັນເຫັນດີເປັນເອກະພາບຕໍ່ການດຳເນີນ. ເຖິງຢ່າງໃດກໍຕາມ, ຖ້າທ່ານປະທານາທິບໍດີ ອາເມລິກາ ກໍຕັດສິນໃຈເດີນທາງໄປຍັງ ຈີນ ໃນຈຸດເວລາດຽວກັນນັ້ນ, “ຕາມທິດສະດີແລ້ວ, ການພົບປະອາດຈະຖືກດຳເນີນ ຖ້າປະມຸກລັດສອງປະເທດພ້ອມກັນມີໜ້າຢູ່ນະຄອນດຽວກັນ”.

