ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky (ພາບ: THX/TTXVN) |
ວັນທີ 19 ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ ໂອ້ລົມທາງໂທລະສັບທີ່ແກ່ຍາວເປັນເວລາໜຶ່ງຊົ່ວໂມງກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky, ພາຍຫຼັງການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin.
ໃນບົດທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ການໂອ້ລົມທາງໂທລະສັບແມ່ນເພື່ອແນໃສ່ປັບປຸງບັນດາຄວາມຮຽກຮ້ອງ ແລະ ຄວາມຕ້ອງການຂອງທັງລັດເຊຍ ແລະ ຢູແກຼນ ໃຫ້ເໝາະສົມກັນ ໃນຂະນະທີ່ທ່ານຊອກຫາວິທີການຊຸກຍູ້ຄຳສັ່ງຢຸດຍິງລະຫວ່າງສອງປະເທດນີ້. ສ່ວນຕາມຖະແຫຼງການຂອງທຳນຽບຂາວໂດຍທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ແລະ ທ່ານ Mike Waltz ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ໄດ້ຍົກອອກວ່າ: ທ່ານປະທານາທິບໍດີ Donald Trump ໄດ້ສະເໜີກ່ຽວກັບເລື່ອງຮັບການກຳມະສິດບັນດາໂຮງງານໄຟຟ້າ ຂອງ Kiev ເພື່ອຮັບປະກັນຄວາມໝັ້ນຄົງໃຫ້ແກ່ບັນດາຮາກຖານສຳຄັນນີ້.
ສ່ວນທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ຂອບອົກຂອບໃຈທ່ານ Donald Trump ຍ້ອນການໜູນຊ່ວຍຂອງອາເມລິກາ, ທ່ານຖືວ່າການໂອ້ລົມທາງໂທລະສັບມີລັກສະນະແທ້ຈິງ ແລະ ກົງໄກກົງມາ, ພ້ອມທັງຢັ້ງຢືນ ຢູແກຼນພ້ອມແລ້ວທີ່ຈະຢຸດຕິການບຸກໂຈມຕີເລັ່ງໃສ່ບັນດາຮາກຖານພະລັງງານຂອງ ລັດເຊຍ.

