ທ່ານນາງ Lisa Cook ຈາກການເປັນຜູ້ວ່າການທະນາຄານກາງສະຫະລັດ ອາເມລິກາ (ພາບ: REUTERS/Shannon Stapleton) |
ຕອນເຊົ້າວັນທີ 25 ສິງຫາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ປະກາດປົດທ່ານນາງ Lisa Cook ຈາກການເປັນຜູ້ວ່າການທະນາຄານກາງສະຫະລັດ ອາເມລິກາ (Fed), ຊື່ງອ້າງຄຳກ່າວຫາວ່າ ທ່ານນາງ Cook ມີການກະທຳຜິດທີ່ກ່ຽວຂ້ອງເຖິງສຳເນົາເອກະສານຈຳນອງ. ໃນຈົດໝາຍຝາກເຖິງທ່ານນາງ Cook ແລະ ລົງສື່ສັງຄົມ Truth Social, ທ່ານ ໄດ້ຊີ້ແຈ້ງວ່າ ເລື່ອງປົດຕຳແໜ່ງທ່ານນາງຢູ່ສະພາຜູ້ວ່າການ Fed “ມີຜົນສັກສິດໃນທັນທີ”, ພ້ອມທັງໄດ້ອ້າງອີງເອກະສານສະເໜີແນະເປີດການສືບສວນສອບສວນໂດຍທ່ານ Bill Pulte ຜູ້ອຳນວຍການອົງການການເງິນເຮືອນຢູ່ ສະຫະລັດ ສົ່ງເຖິງທ່ານ Pam Bondi ລັດຖະມົນຕີກະຊວງຍຸດຕິທຳ ເມື່ອວັນທີ 15 ສິງຫາ ໂດຍຖືວ່າ ມີ “ຂໍ້ອ້າງອີງທີ່ເໝາະສົມ” ເມື່ອສົງໃສວ່າ ທ່ານນາງ Cook “ໃຫ້ຂໍ້ມູນປອມ” ໃນສຳເນົາເອກະສານຈຳນອງ.
ກ່ອນໜ້ານັ້ນ, ທ່ານນາງ Cook ປະກາດວ່າ ຈະບໍ່ໃຫ້ຖືກບັງຄັບຕ້ອງອອກຈາກຕຳແໜ່ງ ແຕ່ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະຕອບບັນດາຄຳຖາມກ່ຽວກັບດ້ານການເງິນສ່ວນຕົວ ແລະ ຢືນຢັນວ່າ: ສຳເນົາເອກະສານຈຳນອງແມ່ນ ມີມາກອ່ນເວລາທີ່ທ່ານນາງເຂົ້າເປັນສະມາຊິກ Fed. ສ່ວນ Fed ຍັງບໍ່ທັນໄດ້ຍົກອອກຄຳວິຈານໃດໆກ່ຽວກັບການປະກາດດັ່ງກ່າວຂອງທ່ານ Trump.

