ທ່ານ Donald Trump ປະທານາທິບໍດີ ອາເມລິກາ(ພາບ: REUTERS/Jeenah Moon)

ວັນທີ 16 ສິງຫາ, ເວັບໄຊ Axios ຂອງອາເມລິກາ ໄດ້ຄັດສະເໜີມແຫຼ່ງຂ່າວໂດຍໃຫ້ຮູ້ວ່າ: ໃນການໂອ້ລົມທາງໂທລະສັບກັບບັນດາການນຳ ເອີລົບ ພາຍຫຼັງກອງປະຊຸມສຸດຍອດ ອາເລິກາ-ລັດເຊຍ ຢູ່ Alaska, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ທ່ານຢາຫຈັດກອງປະຊຸມ 3 ຝ່າຍກັບ ລັດເຊຍ ແລະ ຢູແກຼນ “ຍິ່ງໄວກໍ່ຍິ່ວດີ”, ອາດຈະໃນວັນທີ 22 ສິງຫາ. ຝ່າຍ ລັດເຊຍ ປະຈຸບັນກໍ່ຍັບງບໍ່ທັນຍົກອອກຄຳວິຈານໃດໆກ່ຽວກັບຂ່າງດັ່ງກ່າວເທື່ອ.

ພາຍຫຼັງກອງປະຊຸມສຸດຍອດ ອາເລິກາ-ລັດເຊຍ ຢູ່ Alaska, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ທ່ານ ແລະ ບັນດາການນຳ ເອີລົບ ຢາກຈັດກອງປະຊຸມສຸດຍອດອີກຄັ້ງໜຶ່ງກັບທ່ານ Putin ປະທານາທິບໍດີ ລັດເຊຍ ແລະ ມີການເຂົ້າຮ່ວມຂອງທ່ານ Volodymyr Zelensky. ປະທານນາທິບໍດີ ຢູແກຼນ. ທ່ານກໍ່ປະລະຄວາມມານະພະຍາຍາມຊຸກຍູ້ຄຳສັ່ງຢຸດຍິງລະຫວ່າງສອງຝ່າຍ, ແທນທີ່ນັ້ນແມ່ນເດີນຕາມຂໍ້ຕົກລົງສັນຕິພາບຮອບດ້ານ-ຊື່ງແມ່ນບາດລ້ຽວໃຫ່ຍ ໄດ້ຍົກອອກມາພຽງ 2-3 ຊົ່ວໂມງພາຍຫຼັງກອງປະຊຸມສຸດຍອດກັບທ່ານ Vladimir Putin ປະທານາທິບໍດີ ລັດເຊຍ