(ພາບ: Sputnik) |
ຕອນຄ່ຳວັນທີ 11 ເມສາ, ເວລາ ມົດສະກູ ກົງກັບຕອນເຊົ້າວັນທີ 12 ເມສາ ຕາມເວລາ ຮ່າໂນ້ຍ, ການພົບປະລະຫວ່າງທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ທ່ານ Steve Witkoff ທູດພິເສດຂອງ ປະທານາທິບໍດີ ອາເມລິກາ ໄດ້ສິ້ນສຸດລົງຢູ່ນະຄອນ St. Petersburg, ສະຫະພັນ ລັດເຊຍ. ນີ້ແມ່ນການພົບປະຄັ້ງທີ 3 ລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ທ່ານ Steve Witkoff ແລະ ໄດ້ແກ່ຍາວປະມານ 4 ຊົ່ວໂມງເຄິ່ງ. ຕາມແຈ້ງການທາງການໃນເວັບໄຊຂອງວັງ Kremlin, ນີ້ແມ່ນການພົບປະລັບ ແລະ ຫົວເລື່ອງຕົ້ນຕໍແມ່ນບັນດາແງ່ມູມກ່ຽວຂ້ອງເຖິງການຊອກຫາມາດຕະການໃຫ້ແກ່ການປະທະກັນຢູ່ ຢູແກຼນ.
ທ່ານ Steve Witkoff ມາຮອດ ລັດເຊຍ ໃນຕອນເຊົ້າວັນທີ 11 ເມສາ, ໃນຕອນບ່າຍຂອງວັນດຽວກັນ, ທ່ານໄດ້ພົບປະກັບທ່ານ Kirill Dmitriev ຜູ້ນຳໜ້າກອງທຶນລົງທຶນໂດຍກົງ ລັດເຊຍ. ຕາມສຳນັກຂ່າວສານ ລັດເຊຍ Ria Novosti, ອາເມລິກາ ຖືວ່າ ການເຈລະຈາຄັ້ງຕ່າງໝຂອງທ່ານ Steve Witkoff ຢູ່ ລັດເຊຍ ແມ່ນບາດກ້າວເດີນກ້າວໄປເຖິງການແກ້ໄຂບັນຫາ ຢຸແກຼນ.
