ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin (ພາບ: ວັງ Kremlin) |
ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ໄດ້ເດີນທາງໄປຍັງແຂວງ Kursk ຢູ່ທາງທິດຕາເວັນຕົກປະເທດນີ້ເປັນຄັ້ງທຳອິດ ນັບແຕ່ເມື່ອກຳລັງ ຢູແກຼນ ຢຶດຄອງບາງເຂດດິນແດນໃນຂົງເຂດນີ້. ຕາມສຳນັກຂ່າວສານແຫ່ງລັດ ສະຫະພັນ ລັດເຊຍ TASS ວັນທີ 13 ມີນາ, ດ້ວຍຖານະເປັນຜູ້ບັນຊາການສູງສຸດ, ທ່ານປະທານາທິບໍດີ Vladimir Putin ໄດ້ອອກຖະແຫຼງການໃນການຢ້ຽມຢາມກອງບັນຊາການຂອງກຸ່ມສູ້ຮົບ Kursk ວ່າ ກອງທັບສະຫະພັນ ລັດເຊຍ ຕ້ອງຕີໃຫ້ກອງທັບ ຢູແກຼນ ຢູ່ເຂດ Kursk ປະລາໄຊຢ່າງວ່ອງໄວ ແລະ ສ້າງຕັ້ງເຂດປອດໄພສຳລັບເຂດນີ້. ການນຳສະຫະພັນ ລັດເຊຍ ເຊື່ອໝັ້ນວ່າ “ບັນດາໜ້າທີ່ສູ້ຮົບເຊິ່ງກຳລັງ ລັດເຊຍ ພວມປະເຊີນໜ້າ ແນ່ນອນວ່າຈະໄດ້ປະຕິບັດສຳເລັດ ແລະ ເຂດ Kursk ຈະໄດ້ຮັບການປົດປ່ອຍໂດຍໄວ”.

