ທ່ານປະທານປະເທດ ເລືອງເກືອງ ໄດ້ໃຫ້ການຕ້ອນຮັບທ່ານ Hynek Kmonicek ເອກອັກຄະລັດຖະທູດ ສ.ເຊັກໂກ (ພາບ: VOV) |
ຕອນບ່າຍວັນທີ 3 ກຸມພາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ເລືອງເກືອງ ໄດ້ໃຫ້ການຕ້ອນຮັບທ່ານ Hynek Kmonicek ເອກອັກຄະລັດຖະທູດ ສ.ເຊັກໂກ ເຂົ້າຢ້ຽມອຳລາເນື່ອງໃນໂອກາດປະຕິບັດສຳເລັດການປະຕິບັດວຽກງານການຕ່າງປະເທດຢູ່ ຫວຽດນາມ. ນະທີ່ນີ້, ທ່ານປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານກັບເຊັກໂກ,ສຳລັບຍຸດທະສາທຳອິດຂອງ ຫວຽດນາມ ຢູ່ ເອີລົບຕາເວັນອອກກາງ; ທ່ານສະເໜີໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ພົບປະແລກປ່ຽນປະຊາຊົນ ແລະ ຮັບຮອງເອົາແຜນການກະທຳຜັນຂະຫຍາຍຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຊັກໂກໂດຍໄວ. ທ່ານປະທານປະເທດ ຖືວ່າ ການຮ່ວມມືລະຫວ່າງສອງປະເທດ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຕ້ອງຂຸດຄົ້ນ ແລະ ປາດຖະໜາຢາກສອງຝ່າຍຈຸກຍູ້ຢ່າງແຮງກ່ວາອີກໃນໄລຍະຈະມາເຖິງ.
ສ່ວນທ່ານ Hynek Kmonicek ເອກອັກຄະລັດຖະທູດ ຢັ້ງຢືນ ລັດຖະບານຊຸດໃໝ່ຂອງ ສ.ເຊັກໂກ ສືບຕໍ່ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດຢູ່ ອາຊີ ແລະ ປາດຖະໜາຢາກສ້າງເງື່ອນໄຂໃຫ້ຜູ້ອອກແຮງງານ ຫວຽດນາມ ເຂົ້າຮ່ວມຕະຫຼາດເຊັກໂກຄືນໃໝ່. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ເຖິງວ່າຢູ່ບໍ່ວ່າຖານະຕຳແໜ່ງໃດ, ທ່ານເອກອັກຄະລັດຖະທູດເອງ ກໍ່ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະ ພັດທະນາການພົວພັນມິດຕະພາບ, ການຮ່ວມມືອັນດີງາມ, ສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອນຳການຮ່ວມມືລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

