ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ (ພາບ: VGP)

ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຈະເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະຟາດຊິດ ຂອງປະຊາຊົນໂລກ ຄົບຮອບ 80 ປີ ແລະ ເຮັດວຽກຢູ່ ຈີນ ແຕ່ວັນທີ 2 ກັນຍາ 2025 ຫາວັນທີ 04 ກັນຍາ 2025.

ການເດີນທາງໄປປະຕິບັດງານຢູ່ ຈີນ ຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງຄັ້ງນີ້ ໄດ້ດຳເນີນຕາມຄຳເຊື້ອເຊີນຂອງທ່ານ ສີຈີ້ນຜິງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຈີນ, ປະທານປະເທດ ຈີນ.