ປະທານປະເທດ ເລືອງເກື່ອງ ວາງພວງມາລາ ອາໄລຫາ ປະທານໄກສອນ ພົມວິຫານ (ພາບ: VOV) |
ນະທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ໄດ້ສະແດງຄວາມເຄົາລົບນັບຖື, ຄວາມຈົດຈຳຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕໍ່ການນຳທີ່ໄດ້ມີຄຸນງາມຄວາມດີອັນຍິ່ງໃຫຍ່ ໃນການຕັ້ງພື້ນຖານການສ້າງ, ປົກປັກຮັກສາ ແລະ ພັດທະນາສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ, ກາຍເປັນຊັບສິນອັນລ້ຳຄ່າຂອງທັງສອງຊາດ. ຫຼັງຈາກນັ້ນ, ທ່ານປະທານປະເທດ ເລືອງເກື່ອງ ກໍ່ໄດ້ໄປຢ້ຽມຢາມຫໍພິພິທະພັນປະທານ ໄກສອນ ພົມວິຫານ. ແລະໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ເລື່ອງເກືອງ ກໍ່ໄດ້ໄປວາງພວມມາລາຢູ່ ອະນຸສາວາລີ ບັນດານັກຮົບມນິລະນາມ ຢູ່ນະຄອນຫຼວງ ວຽງຈັນ.

