ການພົບປະເຈລະຈາລະຫວ່າງສອງປະເທດ (ພາບ: VOV5) |
ນະທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ແລະ ກະສັດ Jigme Khesar Namgyel Wangchuck ໄດ້ເຫັນດີເປັນເອກະພາບປັບປຸງການພົວພັນມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຊຸກຍູ້ການຢ້ຽມຢາມຂັ້ນສູງ, ທຸກຂັ້ນເປັນປະຈຳກວ່າອີກ; ຊຸກຍູ້ການລົງນາມໃນຂໍ້ຕົກລົງຮ່ວມມື ແນ່ໃສ່ສ້າງຂອບເຂດທີ່ສະດວກຜັນຂະຫຍາຍບັນດາໂຄງການ, ກິດຈະກຳລະອຽດ.
ສອງຝ່າຍຖືວ່າ ຕ້ອງເປີດກວ້າງການຮ່ວມມືໃນບັນດາຂົງເຂດສຳຄັນ, ເຊັ່ນ: ກະສິກຳ, ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການສຶກສາ, ບຳລຸງສ້າງ, ວັດທະນະທຳ, ສິລະປະ; ສົ່ງເສີມບັນດາບໍລິສັດການບິນລະຫວ່າງສອງປະເທດພິຈາລະນາເປີດກວ້າງສາຍການບິນໂດຍກົງ; ເປີດກວ້າງການຮ່ວມມືໃນບັນດາຂົງເຂດ ມຸ່ງໄປເຖິງການພັດທະນາແບບຍືນຍົງ, ເພື່ອແນໃສ່ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ກະສັດ ພູຖານ Jigme Khesar Namgyel Wangchuck ເປັນສັກຂີພິຍານພິທີລົງນາມ |
ການນຳສອງທ່ານກໍໄດ້ເນັ້ນໜັກວ່າ ສືບຕໍ່ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ.
ພາຍຫຼັງການພົບປະເຈລະຈາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ກະສັດ ພູຖານ Jigme Khesar Namgyel Wangchuck ໄດ້ເປັນສັກຂີພິຍານພິທີລົງນາມໃນກອບການຮ່ວມມືລະຫວ່າງລັດຖະບານ ແລະ ເອກະສານຮ່ວມມືໃນຂົງເຂດການບິນ.
ກໍໃນຕອນບ່າຍວັນດຽວກັນນີ້, ກ່າວຄຳເຫັນທີ່ການພົບປະກັບກະສັດພູຖານ, ທ່ານປະທານສະພາແຫ່ງຊາດ ເຈີນແທງເໝີນ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອກັບພູຖານ; ເຊື່ອໝັ້ນວ່າໃນໄລຍະຈະມາເຖິງ, ການພົວພັນຮ່ວມມືຫວຽດນາມ - ພູຖານ ຈະໄດ້ຮັບການຊຸກຍູ້ໃຫ້ຂຶ້ນສູ່ລະດັບສູງໃໝ່


