ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພົບປະກັບທ່ານປະທານາທິບໍດີ ອູເບກິດສະຖານ Shavkat Mirziyoyev (ພາບ: VOV) |
ຕອນຄ່ຳວັນທີ 07 ເມສາ (ຕາມເວລາ ຮ່າໂນ້ຍ), ໃນຂອບເຂດການຢ້ຽມຢາມ ອູເບກິດສະຖານ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສະຫະພັນລັດຖະສະພາສາກົນຄັ້ງທີ 150 (IPU-150), ຢູ່ Tashkent, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ພົບປະກັບທ່ານປະທານາທິບໍດີ ອູເບກິດສະຖານ Shavkat Mirziyoyev.
ໃນການພົບປະ, ທ່ານປະທານາທິບໍດີ ອູເບກິດສະຖານ Shavkat Mirziyoyev ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ຕົກລົງເຫັນດີ ໃນໄລຍະຈະມາເຖິງຕ້ອງເພີ່ມທະວີການແລກປ່ຽນ, ເຈລະຈາດ້ານການເມືອງຢ່າງເລິກເຊິ່ງກວ້າງຂວາງໃນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ຜ່ານບັນດາຊ່ອງທາງພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ; ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດ, ແບ່ງປັນບົດຮຽນປະສົບການກ່ຽວກັບການຕິດຕາມການປະຕິບັດກົດໝາຍ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ; ສືບຕໍ່ສຳຫຼວດກວດຄືນ, ລົງນາມໃນເອກະສານຮ່ວມມືສະບັບຕ່າງໆ, ສ້າງກອບນິຕິກຳອັນໝັ້ນແກ່ນເພື່ອໃຫ້ການພົວພັນສອງຝ່າຍພັດທະນາຢ່າງຮອບດ້ານ.
ເລຕວຽດ

