ທ່ານ ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເຂົ້າຮ່ວມພິທີໄຂກອງປະຊຸມ IPU – 150 (ພາບ:VOV) |
ເມື່ອກ່າວຄຳເຫັນໃນພິທີໄຂ, ທ່ານປະທານ IPU Tulia Ackson ຢັ້ງຢືນເຖິງຄວາມໝາຍປະຫວັດສາດຂອງກອງປະຊຸມສະມັດຊາໃຫຍ່ IPU ຄັ້ງທີ 150, ບົດບາດສຳຄັນຂອງ IPU ແລະບັນດາລັດຖະສະພາສະມາຊິກໃນການຊຸກຍູ້ບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ຕໍ່ເນື່ອງຜ່ານກອງປະຊຸມຫຼາຍຊຸດ ແນໃສ່ຊຸກຍູ້ລັກສະນະປະຊາທິປະໄຕ, ການຮ່ວມມືສາກົນ, ສ້າງໂລກສັນຕິພາບກວ່າ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ. ທ່ານປະທານ IPU ຖືວ່າ IPU ແລະບັນດາລັດຖະສະພາສະມາຊິກຕ້ອງນຳໜ້າໃນການສ້າງກອບນິຕິກຳ, ເປັນຂົວຕໍ່ແກ້ໄຂບັນດາຂໍ້ຂັດແຍ້ງ, ພ້ອມທັງມີບັນດາການກະທຳອັນແທດຈິງແນໃສ່ຊຸກຍູ້ການພັດທະນາສັງຄົມໃນ 3 ເສົາຄ້ຳ: ສັນຕິພາບ, ຍຸຕິທຳແລະອະນາຄົດທີ່ຍຸດຕິທຳ, ສວຍງາມໃຫ້ແກ່ທຸກໆຄົນ.
ກ່າວຄຳເຫັນທີ່ກອງປະຊຸມຊຶ່ງເນັ້ນໜັກເຖິງ ການພັດທະນາແບບຍືນຍົງຕ້ອງໄປຄຽງຄູ່ກັບຄວາມກ້າວໜ້າ ແລະ ຍຸຕິທຳສັງຄົມ, ທ່ານປະທານ ສະພາແຫ່ງຊາດ ເຈີ່ນແທງເໝີ້ນ ຍົກໃຫ້ເຫັນແຈ້ງ, ໜ້າທີ່ຂອງບັນດາລັດຖະສະພາແມ່ນຮັບປະກັນບັນດານະໂຍບາຍລ້ວນແຕ່ມຸງໄປສູ່ການຮັດແຄບ ຊ່ອງຫວ່າງລະຫວ່າງຮັ່ງມີ ແລະ ທຸກຍາກ, ຮັບປະກັນໃຫ້ປະຊາຊົນທຸກຄົນໄດ້ຮັບຜົນປະໂຫຍດຈາກບັນດາໝາກຜົນການພັດທະນາ. ສະພາແຫ່ງຊາດຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ພ້ອມກັບບັນດາລັດຖະສະພາໃນທົ່ວໂລກ, ຕັດສິນໃຈຫັນບັນດາເປົ້າໝາຍພັດທະນາຂອງມວນມະນຸດໃຫ້ປະກົດຜົນເປັນຈິງ.
ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ຢືນຢັນວ່າ: ໃນສະພາບການປະຈຸບັນ, ປະທານລັດຖະສະພາຕ່າງໆຕ້ອງເພີ່ມທະວີການຮ່ວມມືສາກົນ, ແບ່ງປັນບົດຮຽນປະສົບການ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນໃນການສ້າງນະໂຍບາຍພັດທະນາ. ໃນນັ້ນ, ຖືເອົາຈິດໃຈສ້າງສາພັດທະນາເປັນແກ່ນສານ; ຖືປະຊາຊົນເປັນໃຈກາງ, ຢືນຢັນລັກສະນະແທ້ຈິງຂອງອົງການຜູ້ແທນລາດສະດອນ; ເພີ່ມທະວີການປະສານສົມທົບການກະທຳ ແລະ ການຮ່ວມມືສາກົນລະຫວ່າງບັນດາລັດຖະສະພາພາຄີ, ພິເສດແມ່ນໃນການປົກປັກຮັກສາສັນຕິພາບ, ແກ້ໄຂຄວາມຂັດແຍ້ງກັນ ແລະ ຄວາມບໍ່ລົງລອຍກັນບົນພື້ນຖານກົດໝາຍສາກົນ.ກອງປະຊຸມສະມັດຊາໃຫຍ່ IPU – 150 ຈະດຳເນີນແຕ່ວັນທີ 06 – 09 ເມສາຈຶ່ງອັດລົງ. ຕາມລາຍການຂອງກອງປະຊຸມແລ້ວ, ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນຈະມີບົດກ່າວປາໄສສຳຄັນໃນວາລະປຶກສາຫາລືລວມຂອງກອງປະຊຸມສະມັດຊາໃຫຍ່ IPU-150.
ເລຕວຽດ

