ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຕ້ອນຮັບທ່ານນາງ Chea Kimtha ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ຫວຽດນາມ

ໃນການຕ້ອນຮັບທ່ານນາງ Chea Kimtha ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຕີລາຄາສູງການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາສູງ, ສະພາແຫ່ງຊາດ ກຳປູເຈຍ ໃນໄລຍະຜ່ານມາ ຜ່ານທຸກແງ່ມູມສອງຝ່າຍ ແລະ ຫຼາຍຝ່າຍ; ສະເໜີໃຫ້ຝ່າຍ ກຳປູເຈຍ ສືບຕໍ່ໃຫ້ຄວາມເອົາໃຈໃສ່, ສ້າງເງື່ອນໄຂສະດວກກ່ຽວກັບນິຕິກຳເພື່ອໃຫ້ຊາວກຳປູເຈຍເຊື້ອຊາດ ຫວຽດນາມ ມີການດຳລົງຊີວິດເປັນປົກກະຕິ, ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາຂອງ ກຳປູເຈຍ ແລະ ສາຍພົວພັນມິດຕະພາບລະຫວ່າງສອງປະເທດ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ

ສ່ວນໃນການຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະການນຳສະພາແຫ່ງຊາດ, ບັນດາກຳມາທິການ ແລະ ສະມາຊິກສະພາແຫ່ງຊາດສອງປະເທດ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດບຸລິມະສິດ.

ທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ຢັ້ງຢືນວ່າ ເຖິງວ່າໃນອະນາຄົດຈະຢູ່ໃນຖານະຕຳແໜ່ງໃດກໍຕາມ, ທ່ານຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັດແໜ້ນສາຍພົວພັນລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າອີກ.