ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ທ່ານປະທານສະພາຕ່ຳ ມາຣົກ Rachid Talbi Alami ໃນພິທີລົງນາມການຮ່ວມມື (ພາບ: VOV)

ໃນການຢ້ຽມຢາມ ເຊເນການ ແລະ ມາຣົກ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ໄດ້ມີການພົບປະສອງຝ່າຍ, ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງແຕ່ລະປະເທດ; ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບນະໂຍບາຍຊຸກຍູ້ການຮ່ວມມື ຫວຽດນາມ - ເຊເນການ; ການໂອ້ລົມສົນທະນາກ່ຽວກັບນະໂຍບາຍຊຸກຍູ້ການຮ່ວມມື ຫວຽດນາມ - ມາຣົກ. ມີຂໍ້ຕົກລົງທັງໝົດ 08 ສະບັບ ໄດ້ຮັບການລົງນາມຢູ່ທັງສອງປະເທດ. ຢູ່ ສະວິດ, ທ່ານປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ “ສ້າງ ແລະ ເຄື່ອນໄຫວສູນການເງິນສາກົນ - ຂໍ້ສະເໜີແນະສຳລັບ ຫວຽດນາມ”.

ໃນວາລະປະຊຸມຄົບຄະນະ ເຊິ່ງນອນໃນຂອບເຂດເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໃນໂລກ ຄັ້ງທີ 6 ຢູ່ ສະວິດ, ທ່ານປະທານສະພາແຫ່ງຊາດ ເຈິ່ນທັງດໝິນ ກໍໄດ້ສົ່ງສານ “ຊຸກຍູ້ການຮ່ວມມື, ສາມັກຄີລັດຖະສະພາ ແລະ ລັດທິຫຼາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນທຸກຄົນໃນໂລກ”. ທ່ານປະທານສະພາແຫ່ງຊາດ ກໍໄດ້ມີການພົບປະສອງຝ່າຍກັບບັນດາການນຳຂັ້ນສູງຂອງສະພາແຫ່ງຊາດ, ລັດຖະສະພາບັນດາປະເທດ ອີກດ້ວຍ.

ເລຕວຽດ