ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນຮັບຊົມບາງຮູບພາບຂອງຄອບຄົວທ່ານອະດີດປະທານສະພາແຫ່ງຊາດ ຫງວຽນຫືວທໍ້ (ພາບ: VOV) |
ເມື່ອໂອ້ລົມກັບຄອວຄົວທ່ານອະດີດປະທານສະພາແຫ່ງຊາດ ຫງວຽນຫືວທໍ້, ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນ ໄດ້ຫວນຄືນບັນດາຂີດໝາຍສຳຄັນໃນຊີວິດ ແລະ ພາລະກິດຂອງອະດີດປະທານສະພາແຫ່ງຊາດ ຫງວຽນຫືວທໍ້ (ປະທານສະພາແຫ່ງຊາດຊຸດທີ VII). ພ້ອມທັງແຈ້ງໃຫ້ຊາບກ່ຽວກັບບັນດາໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເນັ້ນໜັກວ່າ, ປີ 2026ແມ່ນ ປີບານພັບເພື່ອບູລະນະຖັນແຖວພະນັກງານ. ທ່ານປະທານສະພາແຫ່ງຊາດຢັ້ງຢືນວ່າ: “ຕາແສງເຂັ້ມແຂງ ນະຄອນຈຶ່ງເຂັ້ມແຂງ, ນະຄອນເຂັ້ມແຂງ ປະເທດຊາດຈຶ່ງເຂັ້ມແຂງ”. ເປົ້າໝາຍແກ່ນສານແມ່ນສ້າງຖັນແຖວພະນັກງານຮາກຖານທີ່ມີກຳລັງຄວາມສາມາດຢ່າງພຽງພໍ, ມີຄວາມໄວ້ວາງໃຈເພື່ອຕອບສະໜອງຄວາມຮຽກຮ້ອງຊີ້ນຳຈາກສູນກາງ ແລະ ນະຄອນ.
ທ່ານ ເຈິ່ນແທັງເໝິນ ແລະ ຄະນະການນຳຖ່າຍຮູບກັບຄອບຄົວ (ພາບ: VOV) |
ກໍໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ອະດີດການນຳພັກ, ລັດພວມດຳລົງຊີວິດຢູ່ນະຄອນ ໂຮ່ຈີມິນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


