ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ (ພາບ: TTXVN) |
ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຢັ້ງຢືນວ່າ ສາຍພົວພັນລະຫວ່າງສອງພັກ, ສອງລັດ, ສອງສະພາແຫ່ງຊາດ ພວມພັດທະນາຢ່າງດີງາມ, ພ້ອມທັງຊົມເຊີຍສະພາແຫ່ງຊາດລາວທີ່ໄດ້ຈັດກອງປະຊຸມສະພາແຫ່ງຊາດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໃນເດືອນ ທັນວາ 2023 ຢ່າງສຳເລັດຜົນ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ 3 ປະເທດ ແລະ ໃນພາກພື້ນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກເຖິງບັນດາການເຄື່ອນໄຫວແລກປ່ຽນບົດຮຽນ, ປະສົບການໃນວຽກງານນິຕິບັນຍັດ, ຕິດຕາມກວດກາລະຫວ່າງບັນດາອົງການວິຊາສະເພາະຂອງສະພາແຫ່ງຊາດ 2 ປະເທດໄດ້ຊຸກຍູ້, ປະກອບສ່ວນຮັດແໜ້ນສາຍພົວພັນລະຫວ່າງ 2 ສະພາແຫ່ງຊາດ ເວົ້າສະເພາະ ແລະ 2 ປະເທດ ເວົ້າລວມ ເລິກເຊິ່ງຂຶ້ນຕື່ມ.
ສ່ວນທ່ານຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ ປາດຖະໜາວ່າ ຜ່ານການເຮັດວຽກຢູ່ ຫວຽດນາມ ຄັ້ງນີ້, ສະພາແຫ່ງຊາດ ລາວ ຈະມີບົດຮຽນເພີ່ມເຕີມໃນວຽກງານນິຕິບັນຍັດ, ກໍຄືການຮຽບຮຽງປະຫວັດສາດສະພາແຫ່ງຊາດ ລາວ ໃນຕະຫຼອດໄລຍະ 50 ປີຜ່ານມາ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
