(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຖະຫວາຍດອກໄມ້, ທູບທຽນ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2025), ຕອນຄ່ຳວັນທີ 26 ກໍລະກົດ, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ, ແຂວງ ກວາງຈິ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມພິທີໄຕ້ທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດລະດັບຊາດ ເພື່ອອາໄລຫາ, ຕອບບຸນແທນຄຸນບຸນຄຸນອັນໃຫຍ່ຫຼວງຂອງບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ບັນດາຜູ້ແທນປະຕິບັດພິທີກຳ, ຖະຫວາຍດອກໄມ້, ທູບທຽນ ແລະ ສະຫງວນເວລາ 1 ນາທີກົ້ນຫົວອາໄລຫາບຸນຄຸນຂອງປະທານ ໂຮ່ຈິມິນ, ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ເພື່ອເອກະລາດ, ເສລີພາບຂອງປະເທດຊາດ.

ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ, ປະເທດຊາດ ແລະ ປະຊາຊົນ ຫວຽດນາມ ໄດ້ຈົດຈຳບຸນຄຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປວຍທີ່ໄດ້ເສຍສະຫຼະເລືອດເນື້ອເພື່ອໃຫ້ປະເທດ ຫວຽດນາມ ມີສັນຕິພາບ, ເປັນເອກະພາບ ແລະ ພັດທະນາຄືໃນປະຈຸບັນ; ປະຊາຊົນອິມໜຳສຳລານ, ສົມບູນພຸນສຸກ. ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ສືບຕໍ່ຊາບຊຶມຢ່າງເລິກເຊິ່ງ ແລະ ຜັນຂະຫຍາຍບັນດາແຜນນະໂຍບາຍຂອງພັກໃຫ້ມີປະສິດທິຜົນ; ກວດກາ, ເພີ່ມເຕີມ, ສ້າງນະໂຍບາຍຂອງລັດ ສຳລັບຜູ້ມີຄຸນງາມຄວາມດີ ແລະ ຍາດຕິພີ່ນ້ອງກັບລະບອບ, ນະໂຍບາຍໃຫ້ນັບມື້ນັບເປັນຢ່າງດີກວ່າ ແລະ ຮອບດ້ານກວ່າ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ມອບຂອບວັນ 80 ພູດໃຫ້ບັນດາຄອບຄົວຜູ້ມີຄຸນງາມຄວາມດີ.