ພາຍຫຼັງທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດນະໂຍບາຍພາສີໃໝ່ສຳລັບປະມານ 60 ປະເທດຄູ່ຮ່ວມມືໃນວັນທີ 02 ເມສານັ້ນ, ໃນວັນທີ 03 ເມສາ, ບັນດາປະເທດນີ້ສືບຕໍ່ຍົກອອກປະຕິກິລິຍາທີ່ແຕກຕ່າງກັນ.

ການດຳເນີນການເຈລະຈາແມ່ນວິທີການເລືອກເອົາຂອງປະເທດຈຳນວນໜຶ່ງເພື່ອແກ້ໄຂບັນຫາດັ່ງກ່າວ. ກະຊວງການຕ່າງປະເທດ ອິນໂດເນເຊຍ ໃຫ້ຮູ້ວ່າ, ປະເທດນີ້ໄດ້ຕົກລົງຈັດສົ່ງຄະນະຜູ້ແທນຂັ້ນສູງໄປ ອາເມລິກາ ເພື່ອດຳເນີນການເຈລະຈາແບບເຊິງໜ້າກ່ຽວກັບບັນຫາພາສີອາກອນ. ອັດຕາພາສີນຳເຂົ້າທີ່ ອາເມລິກາ ຈັດວາງສຳລັບ ອິນໂດເນເຊຍ ແມ່ນ 32%. ອັດຕາພາສີນຳເຂົ້າທີ່ຈັດວາງສຳລັບ ຈີນ ແມ່ນ 34%, ຝ່າຍ ຈີນ ຮຽກຮ້ອງໃຫ້ ອາເມລິກາ “ຍົກເລີກ” ບັນດາມາດຕະການພາສີອາກອນຄືແນວນັ້ນໃນທັນທີ ແລະ ຖະແຫຼງວ່າຈະໂຕ້ຕອບ. ອັດຕາພາສີນຳເຂົ້າສຳລັບ ສ.ເກົາຫຼີ ແມ່ນ 26% ແລະ ຍີ່ປຸ່ນ ແມ່ນ 24%. ຈາກ ເອີລົບ, ທ່ານ Maros Sefcovic, ກຳມະການການຄ້າ ອີຢູ ມີແຜນການປຶກສາຫາລືກັບຄູ່ຮ່ວມຕຳແໜ່ງຂອງ ອາເມລິກາ ໃນວັນທີ 04 ເມສາ ກ່ຽວກັບບັນຫາພາສີອາກອນ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ການາດາ Mark Carney ຖະແຫຼງວ່າ, ປະເທດນີ້ຈະໂຕ້ຕອບບັນດາມາດຕະການພາສີອາກອນຂອງ ອາເມລິກາ.

“ການາດາ ຈະຈັດວາງອັດຕາພາສີ 25% ສຳລັບລົດໂອໂຕທຸກຊະນິດທີ່ນຳເຂົ້າຈາກ ອາເມລິກາ ຫາກບໍ່ປະຕິບັດຕາມຂໍ້ຕົກລົງການຄ້າເສລີອາເມລິກາເໜືອ. ພວກຂ້າພະເຈົ້າພວມສ້າງຂອບເຂດໃຫ້ບັນດານັກຜະລິດລົດໂອໂຕຢູ່ ການາດາ ເພື່ອຊ່ວຍໃຫ້ເຂົາເຈົ້າຫຼຸດຜ່ອນຜົນກະທົບຈາກອັດຕາພາສີດັ່ງກ່າວ, ໃນຂະນະທີ່ສືບຕໍ່ຮັກສາການຜະລິດ ແລະ ການລົງທຶນ. ບ້ວງເງິນທີ່ໄດ້ຮັບປະມານ 8 ຕື້ USD ຈະໄດ້ນຳໃຊ້ເພື່ອໜູນຊ່ວຍບັນດາກຳມະກອນ ແລະ ບໍລິສັດທີ່ຖືກຜົນກະທົບຍ້ອນບັນດາມາດຕະການດ້ານພາສີອາກອນດັ່ງກ່າວ”.