ກ່າວຄຳເຫັນພາຍຫຼັງການພົບປະກັບທ່ານ Mark Rute, ເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ຢູ່ນອກເວທີປາໄສເສດຖະກິດໂລກຢູ່ Davos, ສະວິດ, ທ່ານປະທານາທິບໍດີ Donald Trump ຖະແຫຼງຈະໂຈະການຈັດວາງພາສີ 10% ສຳລັບ 8 ປະເທດ ເອີລົບ ໂດຍຊົ່ວຄາວ, ເຊິ່ງເຄີຍຄາດຄະເນຈະມີຜົນບັງຄັບໃຊ້ແຕ່ວັນທີ 01 ກຸມພາ, ພາຍຫຼັງບັນລຸໄດ້ຂອບເຂດຂອງຂໍ້ຕົກລົງເບື້ອງຕົ້ນກ່ຽວຂ້ອງເຖິງເກາະ Greenland ຂອງ ແດນມາກ ແລະ ຄວາມໝັ້ນຄົງຢູ່ເຂດຂົ້ວໂລກເໜືອ. ພ້ອມກັນນັ້ນ, ທ່ານກໍ່ບົ່ງຕົວທ່ານ J.D Vance, ຮອງປະທານາທິບໍດີ, ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ແລະ ທ່ານ Steve Witkoff ທູດພິເສດຂອງ ອາເມລິກາ ຮັບຜິດຊອບການເຈລະຈາກ່ຽວກັບບັນຫານີ້. ທ່ານປະທານາທິບໍດີ Donald Trump ກໍ່ຢືນຢັນຄວາມປາດຖະໜາຂອງທ່ານສຳລັບ Greenland ແມ່ນເລີ່ມມາຈາກເຫດຜົນດ້ານຄວາມໝັ້ນຄົງ, ບໍ່ແມ່ນຜົນປະໂຫຍດດ້ານເສດຖະກິດ ຫຼື ຊັບພະຍາກອນ.
ປະທານາທິບໍດີ ອາເມລິກາ ໂຈະການຈັດວາງພາສີສຳລັບສຳພັນທະມິດ ເອີລົບ ພາຍຫຼັງບັນລຸຂອບຂໍ້ຕົກລົງກ່ຽວກັບ Greenland
(VOVWORLD) - ວັນທີ 21 ມັງກອນ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ, ໄດ້ຖອນຄຳນາບຂູ່ຈັດວາງພາສີສຳລັບປະເທດ ເອີລົບ ຈຳນວນໜຶ່ງ ຍ້ອນຫຼັກໝັ້ນຂອງເຂົາເຈົ້າກ່ຽວກັບບັນຫາ Greenland.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
