ທ່າກຳປັ່ນ ທຽນຈີນ, ປະເທດ ຈີນ. ພາບປະກອບ: TTXVN |
ຕອນເຊົ້າວັນທີ 11 ເມສາ, ໃນການພົບປະກັບນາຍົກລັດຖະມົນຕີ ແອັດສະປາຍ Pedro Sanchez ຢູ່ ປັກກິ່ງ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ອອກຖະແຫລງການເປັນຄັ້ງທຳອິດ ກ່ຽວກັບຄວາມເຄັ່ງຕຶງດ້ານການຄ້າກັບ ອາເມລິກາ ແລະ ຢັ້ງຢືນ: ຈະບໍ່ມີຝ່າຍໃດຊະນະໃນການຕໍ່ສູ້ດ້ານພາສີນີ້. ທ່ານປະທານປະເທດຈີນ ເນັ້ນຫນັກວ່າ: “ໂດຍບໍ່ວ່າສະພາບແວດລ້ອມພາຍນອກປ່ຽນແປງຄືແນວໃດ, ຈີນ ຍັງຄົງສືບຕໍ່ຈະຮັກສາຄວາມໄວ້ເນື້ອເຊື່ອໃຈຢ່າງໝັ້ນທ່ຽງແມ່ນສຸມໃສ່ປະຕິບັດວຽກງານຂອງຕົນເປັນຢ່າງດີ”. ທ່ານ ກໍ່ຮຽກຮ້ອງ ສະຫະພາບເອີລົບ ຮ່ວມແຮງຮ່ວມໃຈກັບຈີນ “ປົກປັກຮັກສາບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ ກໍ່ຄື ຄວາມຍຸຕິທຳ ແລະ ຄວາມເປັນທຳສາກົນ”. ນີ້ແມ່ນຄັ້ງທຳອິດ ການນຳສູງສຸດຂອງຈີນ ກ່າວຄຳເຫັນທີ່ກ່ຽວຂ້ອງເຖິງການຕໍ່ສູ້ດ້ານການຄ້າພວມເຄັ່ງຕຶງກັບ ອາເມລິກາ, ໃນສະພາບການສອງພື້ນຖານເສດຖະກິດໃຫຍ່ສຸດໂລກຈັດວາງອັດຕາພາສີຢູ່ໃນລະດັບສູງໃຫ້ກັນ.
ຄະນະກຳມະການພາສີອາກອນ ລັດຖະບານ ຈີນ ຢັ້ງຢືນ: ອັດຕາພາສີ 125% ຊື່ງປະເທດນີ້ຈັດວາງສຳລັບສິນຄ້າ ຈີນສົ່ງອອກໄປຍັງປະເທດນີ້ ແມ່ນ ການ "ລະເມີດບັນດາຫລັກການເສດຖະກິດການຄ້າສາກົນຢ່າງຮ້າຍແຮງ, ໄປຝຶນກັບບັນດາກົດເກນ ເສດຖະກິດພື້ນຖານ"; ຄະນະກຳມະການດັ່ງກ່າວໄດ້ຕົກລົງດັດປັບອັດຕາພາສີເພີ່ມ 125% ສຳລັບທັງໝົດສິນຄ້ານຳເຂົ້າຈາກ ອາເມລິກາ ແຕ່ 84% ຂຶ້ນເປັນ 125% ແລະມີຜົນສັກສິດແຕ່ວັນທີ 12 ເມສາ.
ຄຽງຄູ່ກັນນັ້ນ ຈີນ ກໍ່ໄດ້້ຮ້ອງຟ້ອງເພີ່ມເຕີມ ອາເມລິກາຂຶ້ນອົງການການຄ້າໂລກ ຍ້ອນມີການກະທຳຈັດວາງອັດຕາພາສີເພີ່ມ 125%.
ບີກທ້ວນ ນັກຂ່າວ VOV ປະຈຳຈີນ

