ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດຫວຽດນາມ
(ພາບ: dangcongsan)
(vovworld) – ຕອນບ່າຍວັນທີ 04/02, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ໝູ່ພະນັກງານ, ກຳມະກອນຜູ້ອອກແຮງງານຂອງກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດຫວຽດນາມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ຖືວ່າ, ປີ 2016 ແມ່ນປີທີ່ວຽດນາມ ເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ, ສະນັ້ນ, ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດຫວຽດນາມ ຕ້ອງຮັບຮູ້ບັນດາຄວາມຫຍຸ້ງຍາກ, ກາລະໂອກາດ, ຄວາມສະດວກ ເພື່ອມີຍຸດທະສາດ ແລະ ມາດຕະການໃຫ້ເໝາະສົມ ເຮັດໃຫ້ກຸ່ມບໍລິສັດພັດທະນາຢ່າງໄວ ແລະ ໝັ້ນຄົງ, ປະກອບສ່ວນເຂົ້າໃນພື້ນຖານເສດຖະກິດ ແລະ ການປ້ອງກັນຊາດ, ການພົວພັນຕ່າງປະເທດຂອງປະເທດຊາດ. ທ່ານປະທານປະເທດ ເຊື່ອໝັ້ນວ່າ, ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດຫວຽດນາມ ຈະຜ່ານຜ່າຄວາມຫຍຸ້ງຍາກໃນຕໍ່ໜ້າ ເພື່ອພັດທະນາຢ່າງແຂງແຮງກວ່າໃນໄລຍະຈະມາເຖິງ, ເພື່ອພັດທະນາໃຫ້ທັດທຽມກັບບັນດາປະເທດຢູ່ພາກພື້ນ ແລະ ໃນໂລກເທື່ອລະກ້າວ.
ແລະກໍໃນຕອນບ່າຍວັນດຽວກັນ, ເນື່ອງໃນໂອກາດກະກຽມຕ້ອນຮັບບຸນເຕັດ ແລະ ສະເຫຼີມສະຫຼອງ 86 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ໄປຖະຫວາຍທູບທຽນ ຢູ່ສຸສານ ມາຍຢີກ, ຮ່າໂນ້ຍ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
