ທ່ານ Lula da Silva ປະທານາທິບໍດີ ບຣາຊິນ (ພາບ: THX/TTXVN) |
ວັນທີ 20 ສິງຫາ, ທ່ານ Celso Amorim ທີ່ປຶກສາພິເສດກ່ຽວກັບການຕ່າງປະເທດຂອງທ່ານ Lula da Silva ປະທານາທິບໍດີ ບຣາຊິນ ໄດ້ຢັ້ງຢືນວ່າ ລັດຖະບານ ອາເມລິກາ ໄດ້ປະຕິເສດການເຈລະຈາກັບ ບຣາຊິນທີ່ກ່ຽວຂ້ອງເຖິງບັນດາມາດຕະການພາສີອາກອນໃໝ່. ຕາມທ່ານ Amorim ແລ້ວ, ລັດຖະບານບຣາຊິນ ໄດ້ຊອກຫາຫຼາຍຊ່ອງທາງສົນທະນາແຕ່ກໍ່ລ້ວນແຕ່ປະລາໄຊ. ທ່ານໃຫ້ຮູ້ວ່າ ທ່ານ Fernando Haddad ລັດຖະມົນຕີເສດຖະກິດ ຄາດວ່າຈະເຂົ້າຮ່ວມກອງປະຊຸມທາງໄກກັບທ່ານ Scott Bessent ລັດຖະມົນຕີການເງິນອາເມລິກາ ແຕ່ຝ່າຍ ວໍຊິງຕັນໄດ້ຍົກເລີກໃນນາທີສຸດທ້າຍໂດຍບໍ່ຍົກອອກ ເຫດຜົນໃດໆ. ກ່ອນໜ້ານັ້ນ, ຕາມເອກະສານທີ່ໄດ້ເອົາລົງໃນເວັບໄຊຂອງອົງການການຄ້າ ໂລກ (WTO) ແລ້ວ, ຄະນະປະຕິບັດງານ ອາເມລິກາ ຢູ່ WTO ຢັ້ງຢືນວ່າ “ອາເມລິກາ ໄດ້ເຫັນດີຕໍ່ການຮຽກຮ້ອງເຈລະຈາ ຂອງ ບຣາຊິນ”. ເຖິງຢ່າງໃດກໍຕາມ, ຝ່າຍອາເມລິກາ ກໍ່ເນັ້ນໜັ້ນເຖິງບັນຫາຈຳນວນໜຶ່ງ ໂດຍ ບຣາຊິນ ຍົກອອກມາ “ທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງແຫ່ງຊາດທີ່ບໍ່ນອນໃນຂອບເຂດ ການພິຈາລະນາ ຫຼື ບໍ່ສາມາດແກ້ໄຂຜ່ານກົນໄກແກ້ໄຂການຂັດແຍ້ງກັນຂອງ WTO”.

