ໄລ່ຮອດ 6 ໂມງເຊົ້າຂອງວັນທີ 26 ສິງຫາ, ສະພາບພະຍຸ ແລະ ຝົນຕົກນ້ຳຖ້ວມໂດຍການເຄື່ອນຕົວຂອງພະຍຸ Kajiki ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະ ຜູ້ຮັບບາດເຈັບ 10 ຄົນ. ຝົນຕົກນ້ຳຖ້ວມໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງຕໍ່ການຜະລິດກະສິກຳ ແລະ ພື້ນຖານໂຄງລ່າງຢູ່ບັນດາແຂວງພາກເໜືອ ແລະ ພາກກາງຕອນເໜືອ ຫວຽດນາມ. ຕາມນັ້ນແລ້ວ, ມີ ວ່າ 6.800 ຫຼັງຄາເຮືອນ ຖືກພັດໄປ ແລະ ເປ່ເພ; ເນື້ອທີ່ປູກເຂົ້າເກືອບ 29.000 ເຮັກຕາຖືກນ້ຳຖ້ວມ; ເນື້ອທີ່ປູກຕົ້ນໄມ້ທັນຍາຫານກວ່າ 2.200 ເຮັກຕາ ແລະ ຕົ້ນໄມ້ເກືອບ 18.000 ຕົ້ນຖືກຫັກລົ້ມ.

ກາງຄືນວັນທີ 25 ສິງຫາ, ໃນໂທລະເລກທາງການສະບັບທີ 3 ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງ ແລະ ຮັບມືພາຍຫຼັງພະຍຸ Kajiki, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ລັດຖະມົນຕີ, ການນຳບັນດາແຂວງແຕ່ ແທັງຮວ໊າ ເຖິງ ກວ໋າງຈິ ອີງຕາມສະພາບການຕົວຈິງຢູ່ແຕ່ລະບໍລິເວນເພື່ອຕົກລົງ ແລະ ມີແຜນການໜູນຊ່ວຍປະຊາຊົນ. ທ່ານກໍຮຽກຮ້ອງໃຫ້ບັນດາກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຊີ້ນຳທະຫານເຂດ 4 ແລະ ບັນດາກົມກອງຕັ້ງທັບຢູ່ບໍລິເວນ ຜັນຂະຫຍາຍກຳລັງ, ຍານພາຫະນະເຄື່ອງອຸປະກອນທີ່ຈຳເປັນ, ກຽມພ້ອມໜູນຊ່ວຍປະຊາຊົນຮັບມື, ແກ້ໄຂຜົນຮ້າຈາກພະຍຸ, ຝົນຕົກນ້ຳຖ້ວມໂດຍໄວ.