ຈຳນວນເງິນຊ່ວຍເຫຼືອທີ່ລະດົມໄດ້ໃນ 2 ວັນ(ພາບ: ຄະນະຈັດຕັ້ງ)

ຕົວເລກດັ່ງກ່າວໄດ້ລື່ນກາຍເປົ້າໝາຍໜ້ອຍສຸດທີ່ໄດ້ວາງອອກ ນັ້ນແມ່ນ 65 ຕື້ ດົ່ງ (ປະມານ 2,47 ລ້ານ USD) ພາຍໃນ 65 ວັນ (ແຕ່ວັນທີ 13 ສິງຫາ ຫາວັນທີ 16 ຕຸລາ 2025).

ດ້ວຍໝາກຜົນນີ້, ຕອນຄ່ຳວັນທີ 14 ສິງຫາ, ຜູ້ຕາງໜ້າສູນກາງສະພາກາແດງ ຫວຽດນາມ, ຫົວໜ້າຮັບຜິດຊອບໂຄງການຂົນຂວາຍ ໄດ້ມີຈົດໝາຍຂອບໃຈກ່ຽວກັບການຮັບເງິນຊ່ວຍເຫຼືອຝາກເຖິງປະຊາຊົນ ກູບາ. ໃນຈົດໝາຍ, ສູນກາງສະພາກາແດງ ຢັ້ງຢືນວ່າ ເລື່ອງ ໂຄງການດັ່ງກ່າວໄດ້ຮັບການຕອບສະໜອງຢ່າງສຸດອົກສຸດໃຈຈາກພໍ່ແມ່ປະຊາຊົນ ຫວຽດນາມ ນັບລ້ານຄົນນັ້ນ ເປັນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີມິດຕະພາບແບບພິເສດຂອງປະຊາຊົນ ຫວຽດນາມ ທີ່ມີຕໍ່ປະຊາຊົນ ກູບາ ອ້າຍນ້ອງ; ພ້ອມດຽວກັນນັ້ນແມ່ນແຫຼ່ງກຳລັງອັນລ້ຳຄ່າ ປະກອບສ່ວນຊ່ວຍໃຫ້ ກູບາ ຜ່ານຜ່າຄວາມຫຍຸ້ງຍາກ, ມີການດຳລົງຊີວິດທີ່ເປັນປົກກະຕິ ແລະ ສືບຕໍ່ພັດທະນາ. ບັນດາການກະທຳອັນສູງສົ່ງ ແລະ ຈົບງາມນັ້ນ ບໍ່ພຽງແຕ່ນຳມາເຊິ່ງຄຸນຄ່າດ້ານວັດຖຸເທົ່ານັ້ນ ຫາກຍັງແຜ່ກະຈາຍຄຸນຄ່າດ້ານຈິດໃຈ, ປະກອບສ່ວນຮັກສາ ແລະ ເພີ່ມພູນຄູນສ້າງສັນຍາລັກອະມະຕະຂອງນ້ຳໃຈສາມັກຄີ ຫວຽດນາມ - ກູບາ ໃນທຸກສະຖານະການ.

ໂຄງການຂົນຂວາຍການຊ່ວຍເຫຼືອປະຊາຊົນ ກູບາ ຈະສືບຕໍ່ໄດ້ຮັບການຜັນຂະຫຍາຍຮອດວັນທີ 16 ຕຸລາ 2025 ຈຶ່ງອັດລົງ.