(ຢູ່ຫຼາຍເຂດຂອງ ແທັງຮວາ ຖືກນ້ຳແກ່ງຖ້ວມ) |
ວັນທີ 23 ກໍລະກົດ, ພາຍຸ Wipha ໄດ້ອ່ອນລົງ ແລະ ເຄື່ອນໄປຕາມທິດຕາເວັນຕົກສ່ຽງໃຕ້. ຍ້ອນຜົນສະທ້ອນຈາກພາຍຸ, ແຕ່ຕອນຄ່ຳວັນທີ 22 ກໍລະກົດ ຮອດຕອນເຊົ້າວັນທີ 23 ກໍລະກົດ, ເຂດ ແທັງຮວາ, ເງະອານ, ຕອນໃຕ້ແຂວງ ຝູທໍ້ ແລະ ເຊີນລາ ເກີດຝົນຕົກໜັກ. ຝົນຕົກໜັກເຮັດກໍ່ສະພາບນ້້ຳຖ້ວມ ແລະ ນ້ຳແກ່ງຖ້ວມ.
ຢູ່ເງະອານ, ຍ້ອນຜົນສະທ້ອນຂອງພາຍຸ Wipha, ເຮັດໃຫ້ຫຼາຍແຫ່ງເຂດພູດອຍຢູ່ບັນດາຕາແສງ ເມື່ອງແຊນ, ໂຍນມາຍ, ເມື່ອງກວາງ ເກີດດິນເຊາະເຈືອນ, ຫຼາຍເຂດຊຸມຊົນຖືກນ້ຳຖ້ວມ. ມີບາງເສັ້ນທາງສຳຄັນຖືກນ້ຳຖ້ວມເລິກ, ກໍ່ຄວາມອັນຕະຫຼາດໃຫ້ແກ່ປະຊາຊົນ ແລະ ພາຫະນະ. ທ່ານ ເລຮົ່ງທາຍ, ປະທານຄະນະກຳມະການປະຊາຊົນຕາແສງ ໂຍນມາຍ, ໃຫ້ຮູ້ວ່າ:
“ຄະນະຊີ້ນຳການປ້ອງກັນ, ຕ້ານໄພທຳມະຊາດຂອງຕາແສງ ໄດ້ຈັດກອງປະຊຸມ ແລະ ຊີ້ນຳໃຫ້ບັນດາກຳລັງທີ່ມີໜ້າທີສົມທົບກັບກຳລັງຕັ້ງທັບຢູ່ບໍລິເວນຄື ທະຫານປ້ອງກັນຊາຍແດນ, ຕຳຫຼວດ, ການທະຫານ. ພວກຂ້າພະເຈົ້າໄດ້ຍົກຍ້າຍ 19 ຄອບຄົວຂອງບ້ານ ຊອຍວອຍ ມາຢູ່ຫໍວັດທະນະທຳເພື່ອຮັກສາການເຄື່ອນໄຫວເປັນປົກກະຕິໃຫ້ບັນດາຄອບຄົວນີ້”.
ຢູ່ແຂວງ ຝູທໍ້, ອຳນາດການປົກຄອງທ້ອງຖິ່ນ ກໍໄດ້ຍົກຍ້າຍ 340 ຄອບຄົວທີ່ພວມດຳລົງຊີວິດຢູ່ເຂດມີຄວາມສ່ຽງເກີດດິນເຊາະເຈືອນ, ນ້ຳແກ່ງຖ້ວມມາເຂດປອດໄພ.

