(ພາບ: TTXVN)

ຕອນເຊົ້າວັນທີ 12 ກຸມພາ, ພິທີວາງສີລະລຶກໂຄງການລົງທຶນກໍ່ສ້າງ ແລະ ດຳເນີນທຸລະກິດພື້ນຖານໂຄງລ່າງ ເຂດອຸດສາຫະກຳ VSIP II ກວາງງ້າຍ ໄດ້ຈັດຂຶ້ນຢູ່ເມືອງ ບິນເຊີນ ແຂວງ ກວາງງ້າຍ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ເຫດການດຳເນີນກົງກັບໂອກາດສະຫຼີມສະຫຼອງ 80 ປີແຫ່ງວັນລູກຮຶ້ຂຶ້ນ ບາເຕີ (11/3/1945 - 11/3/2025), 50 ປີແຫ່ງວັນປົດປ່ອຍແຂວງ ກວາງງ້າຍ (24/3/1975 - 24/3/2025).

ທີ່ພິທີ, ທ່ານ ຫງວຽນຮ່ວາບິນ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳ ໄດ້ຮັບຮູ້ຄວາມມານະພະຍາຍາມຂອງອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ. ທ່ານຕີລາຄາສູງບັນດາການປະກອບສ່ວນຂອງບັນດາວິສາຫະກິດລົງທຶນພາຍໃນແລະ ຕ່າງປະເທດ, ພິເສດແມ່ນບັນດາວິສາຫະກິດ ສິງປະໂປ ຢູ່ ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ກຸ່ມບໍລິສັດ Sembcorp (ສິງກະໂປ) ແລະ Becamex (ຫວຽດນາມ) ຊີ້ນຳການລົງທຶນ, ພັດທະນາ ເຂດອຸດສາຫະກຳ VSIP II ກວາງງ້າຍ ຕາມທິດອັດສະລີຍະ, ທັນສະໄໝ ແລະ ຍືນຍົງ, ມຸ່ງໄປເຖິງສ້າງບັນດາລະບົບຊີວະພາບອຸດສາຫະກຳ-ນະວັດຕະກຳ-ຕົວເມືອງ-ການບໍລິການ-ເຕັກໂນໂລຊີສູງ.

ຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິນແທັງເໝີ້ນ ໄດ້ເຮັດວຽກກັບການນຳແຂວງ ກວາງງ້າຍ. ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ຕີລາຄາສູງເລື່ອງແຂວາງ ກວາງງ້າຍ ໄດ້ດຳເນີນການຜັນຂະຫຍາຍການປະຕິບັດມະຕິເລກທີ 57 ຂອງກົມການເມືອງ ກ່ຽວກັບບາດກ້າວບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປະເທດຊາດເປັນດີຈີຕອນ.

ທ່ານປະທານສະພາແຫ່ງຊາດຕັກເຕືອນວ່າ, ເພື່ອຍູ້ແຮງການພັດທະນາເສດຖະກິດ - ສັງຄົມ, ແຂວງ ກວາງງ້າຍ ຕ້ອງຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປະຕິບັດບົນເນື້ອໃນຈິດໃຈທ້ອງຖິນຕັດສິນເອງ, ທ້ອງຖິ່ນຮັບຊອບ, ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ຕາມທິດສ້າງຄວາມສະດວກຢ່າງສຸດຂີດໃຫ້ແກ່ວິສາຫະກິດ.