ພິທີເອົາທຸງຂຶ້ນເສົາສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງ ອາຊຽນ (ພາບ: VOV1) |
ໂດຍສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງ ອາຊຽນ (08/08/1967 - 08/08/2025) ແລະ 30 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (28/07/1995 - 28/07/2025), ຕອນເຊົ້າວັນທີ 8 ສິງຫາ, ຢູ່ສຳນັກງານກະຊວງການຕ່າງປະເທດ ທີ່ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດພິທີເອົາ ທຸງ ອາຊຽນ ຂຶ້ນເສົາ. ເຫດການໄດ້ຈັດຂຶ້ນປະຈຳປີ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ ເຊິ່ງກາຍເປັນທຳນຽມຂອງທຸກປະເທດສະມາຊິກ ອາຊຽນ, ເພື່ອແນໃສ່ເຊີດຊູບັນດາຄຸນຄ່າລວມ ແລະ ຄຳໝັ້ນສັນຍາຊຸກຍູ້ຈິດໃຈສາມັກຄີມິດຕະພາບ, ການຮ່ວມມືຂອງ ອາຊຽນພາຍໃຕ້ຊາຍຄາລວມແມ່ນປະຊາຄົມ ອາຊຽນ, ເພື່ອສັນຕິພາບ, ການຮ່ວມມື ແລະ ວັດທະນາຖາວອນຂອງພາກພື້ນ.
ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ເນັ້ນໜັກວ່າ 58 ປີຜ່ານມາ, ອາຊຽນມີການເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ກາຍເປັນກຳລັງໜູນໃຈກາງຂອງທຸກວິວັດການໃນພາກພື້ນເທື່ອລະກ້າວ, ສະແດງໃຫ້ເຫັນວິໄສທັດກ່ຽວກັບປະຊາຄົມດຳລົງຊີວິດໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາວັດທະນາຖາວອນ. ຕາມທ່ານຮອງລັດຖະມົນຕີ ຫງວຽນມິງຫວູ້, ໃນສະພາບການໂລກປັດຈຸບັນ, ພາກພື້ນ ອາຊຽນ ຕ້ອງສືບຕໍ່ມຸ່ງໄປເຖິງອະນາຄົດ ດ້ວຍວິໄສທັດສ່ອງໄສ ແລະ ແນວຄິດຢຶດໝັ້ນເພື່ອສ້າງປະຊາຄົມອາຊຽນ ເຂັ້ມແຂງ, ຄວາມສາມັກຄີ ແລະ ອົງອາດກ້າແກ່ນ. ທ່ານໃຫ້ຮູ້ວ່າ:
ບັນດາສິ່ງທ້າທາຍໄດ້ຮຽກຮ້ອງໃຫ້ ອາຊຽນ ແລະ ບັນດາຄູ່ຮ່ວມມືພັດທະນາຕ້ອງເສີມຂະຫຍາຍຈິດໃຈຮ່ວມມື, ໂອ້ລົມສົນທະນາ, ປ່ຽນແປງໃໝ່, ຄວາມສາມາດໃນການປັບຕົວເຂົ້າ, ຄວາມເປັນເອກະລາດ, ເປັນເຈົ້າຕົນເອງ. ການຮ່ວມມືຊ່ວຍໃຫ້ພວກເຮົາເຂັ້ມແຂງກ່ວາ, ການໂອ້ລົມສົນທະນາໄດ້ຜູກພັນພວກເຮົາ, ການປ່ຽນແປງໃໝ່ຊຸກຍູ້ໃຫ້ພວກເຮົາກ້າວໜ້າ, ສ່ວນຄວາມກ້າແກ່ນ, ເອກະລາດ ແລະ ເປັນເຈົ້າຕົນເອງແມ່ນລັກສະນະພິເສດຂອງ ອາຊຽນ ເຊິ່ງພວກເຮົາຕ້ອງຮັກສາເພື່ອສ້າງອະນາຄົດທີ່ມີຄວາມສາມັກຄີ, ເຂັ້ມແຂງ ແລະ ກ້າແກ່ນ.

