ບັນດາແຂກຖືກເຊີນເຂົ້າຮ່ວມພິທີ (ພາບ: VOV) |
ຕອນຄ່ຳວັນທີ 1 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ (ລາວ), ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 78 ປີ (2/9/1945 - 2/9/2023). ເຂົ້າຮ່ວມພິທີ, ມີທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ; ທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ; ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍການນຳບັນດາຄະນະ, ກະຊວງ, ຂະແໜງການຂອງລາວ. ນອກຈາກນັ້ນ, ຍັງມີຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ປະຈຳ ລາວ ແລະ ພໍ່ແມ່ຊາວ ຫວຽດນາມ ອາໄສ ແລະ ເຮັດວຽກຢູ່ລາວ ກໍໄດ້ມີໜ້າເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ ກ່າວສູນທອນພົດ (ພາບ: VOV) |
ເມື່ອກ່າວສູນທອນພົດທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ ໄດ້ທົບທວນຄືນປະຫວັດສາດທີ່ສະຫງ່າອົງອາດຂອງຊາດ ຫວຽດນາມ ດ້ວຍຂີດໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມ ວັນທີ 2 ກັນຍາ 1945, ເມື່ອປະທານ ໂຮ່ຈີມິນ ກ່າວຖະແຫຼງການປະກາດເອກະລາດສະຖາປະນາປະເທ ປະຊາທິປະໄຕສັງຄົມນິຍົມ ຫວຽດນາມ, ເຊິ່ງປັດຈຸບັນແມ່ນປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ເນັ້ນໜັກວ່າ:
“ໃນຕະຫຼອດ 78 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາຂອງພັກຄອມມູນິດ ຫວຽດນາມ ປະຊາຊົນ ຫວຽດນາມ ໄດ້ສາມັກຄີກັນ ຜ່ານຜ່າບັນດາໄລຍະທາງທີ່ຫຍຸ້ງຍາກລຳບາກເພື່ອປົກປັກຮັກສາພື້ນຖານເອກະລາດ, ເສລີພາບຂອງຊາດ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ດຳເນີນພາລະກິດປ່ຽນແປງໃໝ່, ນຳ ຫວຽດນາມ ຈາກປະເທດທຸກຍາກ, ຖືກສົງຄາມມ້າງທຳລາຍຢ່າງໜັກໜ່ວງ, ກາຍເປັນປະເທດພວມພັດທະນາ ມີລາຍຮັບປານກາງ. ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງຢ່າງບໍ່ຢຸດຢັ້ງ, ຖານະບົດບາດ ແລະ ອຸດທິພົນຊື່ສຽງຂອງ ຫວຽດນາມ ກໍນັບມື້ນັບໄດ້ຍົກສູງຂຶ້ນບົນເວທີສາກົນ.”
ພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ຈັດຂຶ້ນຢູ່ ຍີ່ປຸ່ນ (ພາບ: VOV) |
ກ່ອນໜ້ານັ້ນ, ວັນທີ 31 ສິງຫາ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ແຂວງ Fukuoka, ຍີ່ປຸ່ນ ກໍໄດ້ຈັດພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ເຊັ່ນດຽວກັນ.
ເນື່ອງໃນໂອກາດນີ້, ວັນທີ 1 ກັນຍາ, ສະຖານທູດ ຫວຽດນາມ ປະຈຳ ອາກຊັງຕິນ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 78 ປີເຊັ່ນດຽວກັນ, ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນປະມານ 200 ທ່ານ ເຊິ່ງແມ່ນຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການຈັດຕັ້ງສັງຄົມ ອາກຊັງຕິນ, ຄະນະທຸຕານຸທູດ, ເພື່ອນມິດປະເທດປະຈຳຖິ່ນ ແລະ ປະຊາຄົມຊາວ ຫວຽດນາມ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ



