ທີ່ພິທີຮັບນາມມະຍົດ
(ພາບ: TTXVN)

ພິທີຮັບນາມມະຍົດມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ “ງານບຸນວັງ ເຫ້ວນາມ” ຈັດຂຶ້ນໃນຕອນເຊົ້າວັນທີ 30 ມິນາ, ຢູ່ນະຄອນ ເຫ້ວ.

ພະແນກວັດທະນະທຳ ແລະ ກິລານະຄອນ ເຫ້ວ ຈັດງານບຸນປະເພນີວັງ ເຫ້ວນາມ ປີໜຶ່ງ 2 ຄັ້ງ ໃນເດືອນ 3 ແລະ ເດືອນ 7 (ໄລ່ຕາມຈັນທະປະຕິທິນ), ເຊິ່ງແມ່ນງານບຸນປະເພນີແຕ່ໄດ້ປະສານສົມທົບປັດໃຈວັດທະນະທຳພະລາດຊະວັງທີ່ເປັນເອກະລັກສະເພາະຂອງເຂດ ເຫ້ວ. ບັນດາຮູບແບບຄື: ງານບຸນປະເພນີ, ຂັບ ວັນ, ເຮົ່າດົ່ງ ທີ່ໄດ້ສະແດງໃນງານບຸນວັນ ເຫ້ວນາມ, ທີ່ໄດ້ຮັບຖືວ່າແມ່ນຫໍພິພິຕະພັນທີ່ມີຊີວິດຢູ່ໃນການຮັກສາປະຫວັດສາດ, ວັດທະນະທຳຕາມການເວລາ.