(ທ່ານ ໂຕເລິມ, ເລຂາທິການໃຫຍ່ ຫວຽດນາມ ແລະ ທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ) |
ຕອນເຊົ້າວັນທີ 11 ສິງຫາ, ພິທີຕ້ອນຮັບທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານນາງ ໂງເຟືອງລີ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ, ແຕ່ວັນທີ 10 – 13 ສິງຫາ, ຕາມຄຳເຊີນຂອງທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ ແລະ ພັນລະຍາ, ທີ່ໄດ້ຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານາທິບໍດີ ສ.ເກົາຫຼີ.
ສ.ເກົາຫຼີ ໄດ້ຍິງປືນໃຫຍ່ 21 ນັດຕ້ອນຮັບທ່ານ ໂຕເລິມ, ເລຂາທິການໃຫຍ່ ແລະ ທ່ານນາງ ໂງເຟືອງລີ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ. ພ້ອມກັນນັ້ນກອງດຸລິຍາງໄດ້ບັນເລງເພງຊາດຂອງ ຫວຽດນາມ ແລະ ສ.ເກົາຫຼີ. ທ່ານ ໂຕເລິມ ໄດ້ຍ່າງກວດກອງກຽດຕິຍົດ, ຕໍ່ຈາກນັ້ນ, ການນຳ 2 ທ່ານໄດ້ແນະນຳຄະນະຜູ້ແທນທາງການຂອງ 2 ປະເທດ.

