ສາສະໜາຕ່າງໆແລະຊາວຫວຽດນາມອາໄສຢູ່ຕ່າງປະເທດ
(ພາບ: TTXVN)
(vovworld) – ວັນທີ 02/02, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນເກີນເທີ ໄດ້ຈັດງານພົບປະສ້າງສັນກັບຜູ້ແທນ 120 ຄົນ ເຊິ່ງແມ່ນຜູ້ທີ່ມີຍົດຖາບັນດາສັກ, ທີ່ຕາງໜ້າໃຫ້ສາສະໜາຕ່າງໆໃນບໍລິເວນ ເນື່ອງໃນໂອກາດບຸນເຕັດປີວອກ 2016. ທີ່ງານພົບປະ, ທ່ານນາງຮອງປະທານຄະນະກຳມະການປະຊາຊົນນະຄອນເກີນເທີ ຫວໍທິຮົ່ງແອງ ໃຫ້ຮູ້ວ່າ, ປີ 2015, ດ້ວຍຄວາມມານະພະຍາມຂອງບັນດາຂະແໜງການ, ທຸກຂັ້ນ, ບັນດາວິສາຫະກິດ, ກໍຄືການປະກອບສ່ວນຂອງປະຊາຊົນ, ໃນນັ້ນມີຜູ້ເຊື່ອຖືສາສະໜາ. ນະຄອນ ເກີນເທີ ໄດ້ປະຕິບັດສຳເລັດ 15/16 ມາດຖານທີ່ໄດ້ວາງອອກ; ຮັກສາລະດັບເຕີບໂຕເສດຖະກິດ ກໍຄືດັດຊະນີຄວາມສາມາດແກ່ງແຍ່ງ ເຊິ່ງໄດ້ຮັບການຕີລາຄາວ່າແມ່ນບັນດາຄວາມມານະພະຍາຍາມກະໂດດຂັ້ນ. ອັດຕາສ່ວນຄອບຄົວທຸກຍາກຫຼຸດລົງສະເລ່ຍ 1,3%/ປີ, ຊີວິດການເປັນຢູ່ຂອງຜູ້ເຊື່ອຖືສາສະໜາຊົນເຜົ່າໄດ້ຮັບການຍົກສູງຂຶ້ນຢ່າງເຫັນໄດ້ຊັດ. ບັນດາຜູ້ມີຍົດຖາບັນດາສັກ ໄດ້ຂອບອົກຂອບໃຈນະຄອນເກີນເທີ ໃນໄລຍະຜ່ານມາ ໄດ້ປະຕິບັດວຽກງານເບິ່ງແຍງດູແລຊີວິດການເປັນຢູ່ທັງທາງດ້ານວັດຖຸ, ຈິດໃຈໃຫ້ພຸດທະສາສະນິກະຊົນ, ຊາວເຜົ່າຂະແມ ໃນບໍລິເວນນະຄອນ.
ທີ່ງານພົບປະກັບພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດ ທີ່ກັບເມືອບ້ານເກີດເມືອງນອນຕ້ອນຮັບບຸນເຕັດປີວອກ 2016, ວັນທີ 02/02, ຄະນະກຳມະການປະຊາຊົນແຂວງ ເຮົ້າຢາງ ໄດ້ມອບໃບຍ້ອງຍໍໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 11 ຄົນ ທີ່ໄດ້ປະກອບສ່ວນໃຫ້ວຽກງານຮັບປະກັນຊີວິດສັງຄົມ. ໃນຊຸມປີຜ່ານມາ, ພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ ແຂວງເຮົ້າຢາງ ໄດ້ສະແດງໃຫ້ເຫັນກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດທີ່ສະໜິດຕິດພັນກັບບ້ານເກີດເມືອງນອນ, ປະເທດຊາດ, ໜູນຊ່ວຍຍາດຕິພີ່ນ້ອງພາຍໃນປະເທດມີເງື່ອນໄຂພັດທະນາເສດຖະກິດ.
ແລະກໍໃນວັນດຽວກັນ, ແຂວງ ກຽນຢາງ ໄດ້ຈັດຕັ້ງງານພົບປະສ້າງສັນກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຍາດຕິພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະມານ 400 ຄົນ ເນື່ອງໃນໂອກາດບຸນເຕັດປີວອກ 2016. ແຂວງກຽນຢາງ ມີຊາວຫວຽດນາມ ອາໄສຢູ່ຕ່າງປະເທດຫຼາຍຄົນກັບເມືອປະເທດ ເພື່ອຮ່ວມມືລົງທຶນ, ຜະລິດດຳເນີນທຸລະກິດໃນຫຼາຍຂົງເຂດ. ການປະກອບສ່ວນ ແລະ ການໜູນຊ່ວຍຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ປະກອບສ່ວນຢ່າງແທດຈິງ ເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກຢູ່ບາງເຂດ, ໂດຍສະເພາະແມ່ນເຂດຫ່າງໄກຊອກຫີິຼກ, ເຂດຊົນເຜົ່າທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
