ບັນດາຜູ້ແທນລົງປະຊາມະຕິຮັບຮອງເອົາບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງເຂົ້າຄະນະບໍລິຫານງານສູນກາງພັກສະໄໝທີ XIV (ພາບ: TTXVN) |
ຕອນເຊົ້າວັນທີ 23 ມັງກອນ, ທີ່ສຳນັກງານສູນກາງພັກກອມມູນິດ ຫວຽດນາມ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກສະໄໝທີ XIV ໄດ້ດຳເນີນກອງປະຊຸມຄັ້ງປະຖົມມະລຶກ, ເລືອກຕັ້ງ ກົມການເມືອງ, ຄະນະເລຂາທິການ, ເລຂາທິການໃຫຍ່, ກຳມະການມະການກວດກາສູນກາງ, ຫົວໜ້າຄະນະກວດກາສູນກາງ.
ກ່ອນໜ້ານັ້ນ, ວັນທີ 22 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະໄໝທີ XIV ຂອງພັກໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ລວມມີ ກຳມະການ 200 ທ່ານ. ນີ້ແມ່ນບັນດາຜູ້ແທນດີເດັ່ນຂອງພັກ ກ່ຽວກັບຄຸນທາດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, ລັກສະນະນຳໜ້າ, ເປັນແບບຢ່າງທີ່ດີ, ມີລັກລັກສະນະສ້າງສັນ, ລັກສະນະຕໍ່ສູ້, ລັກສະນະກະທຳ. ໂດຍປະກອບຄຳເຫັນກ່ຽວກັບຄະນະບໍລິຫານງານສູນກາງພັກສະໄໝທີ XIV, ທ່ານນາງ ດັ້ງບິກງອກ ຄະນະຜູ້ແທນແຂວງຝຸເຖາະກ່າວວ່າ:
ຂ້າພະເຈົ້າເຊື່ອໝັ້ນວ່າບັນດາສະຫາຍທີ່ໄດ້ຮັບການເລືອກຕັ້ງເຂົ້າຄະນະບໍລິຫານງານສູນກາງ ລ້ວນແຕ່ເຫັນໄດ້ບົດບາດຄວາມຮັບຜິດຊອບຂອງຕົນຕໍ່ພັກ, ຕໍ່ປະຊາຊົນຢ່າງຈະແຈ້ງ ແລະ ຕ້ອງມານະພະຍາຍາມຮ່ຳຮຽນ, ຍາມໃດກໍ່ພະຍາຍາມ ແລະ ອຸທິດສ່ວນເພື່ອການສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

