ສະຖານທູດຫວຽດນາມ ປະຈໍາ ຢູແກຼນ ສົມທົບກັບສະຖານທູດບັນດາປະເທດ ອາຊຽນ ປະຈໍາ ຢູແກຼນ ຈັດຕັ້ງລາຍການໂຄສະນາວັດທະນະທໍາ (ພາບ: TTXVN)

ນີ້ແມ່ນເຫດການເພື່ອແນໃສ່ໂຄສະນາສິລະປະ ແລະ ວັດທະນະທໍາອາຫານການກິນ ຂອງຫວຽດນາມ ເວົ້າສະເພາະ ແລະ ຂອງບັນດາປະເທດ ອາຊຽນ ເວົ້າລວມ ໃນຂອບເຂດການເຄື່ອນໄຫວຂອງ ສະໂມສອນພັນລະຍາບັນດາເອກອັກຄະລັດຖະທູດ ແລະ ຫົວໜ້າອົງການຕາງໜ້າຕ່າງປະເທດ ປະຈໍາ Kiev. ສໍາລັບຫວຽດນາມ, ນີ້ກໍແມ່ນລາຍການນອນໃນແຜນການໂຄສະນາປີປະທານ ອາຊຽນ 2020 ຢູ່ ຢູແກຼນ.

ລາຍການດ່ັງກ່າວ ໄດ້ແກ່ຍາວເປັນເວລາ 3 ຊົ່ວໂມງ ຊຶ່ງໄດ້ດຶງດູດຄວາມສົນໃຈຂອງແຂກຖືກເຊີນ ດ້ວຍບັນດາເນື້ອໃນທີ່ອຸດົມສົມບູນ.