ພິທີປ່ອຍກ່ຳປັ່ນລົງທະເລໃນວັນທີ 26 ເມສາ 2025 (ພາບ: KCNA via REUTERS)

ຕາມສຳນັກຂ່າວສານສູນກາງ ສປປ.ເກົາຫຼີ ອອກວັນທີ 22 ກໍລະກົດ ແລ້ວ, ສປປ.ເກົາຫຼີ ມີແຜນການຕໍ່ຕື່ມກ່ຳປັ່ນພິຄາດ 5.000 ໂຕນ ໃນເດືອນ ຕຸລາ ປີ 2026, ພາຍຫຼັງທີ່ສົ່ງກ່ຳປັ່ນທະຫານ 2 ລຳລົງທະເລໃນຕົ້ນປີ 2025. ໃນການໂຮມຊຸມນຸມມິດຕິງໃນວັນທີ 21 ກໍລະກົດ, ກຳມະກອນຢູ່ໂຮງງານຕໍ່ກ່ຳປັ່ນຢູ່ນະຄອນ Nampho ຂອງ ສປປ.ເກົາຫຼີ ໄດ້ໃຫ້ຄຳໝັ້ນສັນຍາຈະຕໍ່ກ່ຳປັ່ນພິຄາດໃໝ່ຕື່ມອີກ ໃນວັນທີ 10 ເດືອນ ຕຸລາ 2026, ແນໃສ່ສ້າງຂີດໝາຍສະເຫຼີມສະຫຼອງວັນສ້າງຕັ້ງພັກແຮງງານ ສປປ.ເກົາຫຼີ.

ສປປ.ເກົາຫຼີ ພວມຫັນມາໃຫ້ຄວາມເອົາໃຈໃສ່ເປັນພິເສດເຖິງການຕໍ່ກ່ຳປັ່ນການທະຫານ ຄືດັ່ງເປັນສ່ວນໜຶ່ງຄວາມມານະພະຍາຍາມຫັນລະບົບຍິງອາວຸດນິວເຄຼຍ ແລະ ລູກສອນໄຟເປັນຫຼາຍຮູບຫຼາຍແບບ, ໂດຍໄດ້ຮັບຖືວ່າພວມຢູ່ໃນໄລຍະພັດທະນາສຸດທ້າຍ.