ທ່ານ Jonathan Fowler ໂຄສົກຂອງ UNRWA ໃຫ້ຮູ້ວ່າ ບັນດາກຳລັງ ອິດສະຣາແອັນ ໄດ້ບຸກເຂົ້າເຂດປະສົມໃນເວລາປະມານ 7 ໂມງເຊົ້າຂອງວັນທີ 20 ມັງກອນ ຕາມເວລາທ້ອງຖິ່ນ ໃນການກະທຳທີ່ທ່ານຖືວ່າ “ການບຸກໂຈມຕີເລັ່ງໃສ່ UNRWA ແລະ ບັນດາຮາກຖານຂອງອົງການນີ້”.
ຕາມແຫຼ່ງຂ່າວຈຳນວນໜຶ່ງ, ກຳລັງ ອິດສະຣາແອັນ ໄດ້ຈັດລົດດຸດດິນ ແລະ ພາຫະນະອຸປະກອນໜັກມາມ້າງທຳລາຍສຳນັກງານ UNRWA ຢູ່ Jerusalem ຕາເວັນອອກ ພ້ອມກັບບັນດາກິດຈະກຳຢູ່ພາຍໃນນັ້ນ. ໃນຖະແຫຼງການໜຶ່ງ, ກະຊວງການຕ່າງປະເທດ ອິດສະຣາແອັນ ໃຫ້ຮູ້ວ່າ UNRWA ໄດ້ຢຸດຕິທຸກການເຄື່ອນໄຫວຢູ່ສະຖານທີ່ດັ່ງກ່າວ ແລະ ບໍ່ມີພະນັກງານ ຫຼືການເຄື່ອນໄຫວໃດໆຂອງ ສປຊ ໃນບໍລິເວນຂອງສຳນັກງານ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
