ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ກ່າວຄຳເຫັນທີ່ພິທີ (ພາບ: baoquangnam.vn)
|
ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງໄດ້ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ແຂວງ ກວ໋າງນາມ ຕ້ອງສືບຕໍ່ຜັນຂະຫຍາຍບັນດາຂະບວນການແຂ່ງຂັນຮັກຊາດຢ່າງແຮງ, ແຜ່ກະຈາຍແຮງໃຈທີ່ຕັ້ງໜ້າ ແລະ ແງ່ຫວັງພັດທະນາອອກສູ່ວົງກວ້າງ, ມູນເຊື້ອວິລະຊົນຕ້ອງກາຍເປັນກຳລັງໜູນ, ກາຍເປັນກຳລັງແຮງພາຍໃນ, ຄວາມມຸ່ງຫວັງຂອງປະຊາຊົນ ກວ໋າງນາມໃນແຕ່ລະວຽກງານ, ແຕ່ລະການກະທຳຢ່າງແທ້ຈິງເພື່ອສູ້ຊົນປະຕິບັດສຳເລັດທຸກຄາດໝາຍພັດທະນາ, ພິເສດແມ່ນການເຕີບໂຕເສດຖະກິດບັນລຸລະດັບ 10%ຂຶ້ນໄປ.
ກວ໋າງນາມຕ້ອງຮັກສາ ແລະ ເສີມຂະຫຍາຍບັນດາກຳລັງໜູນເຕີບໂຕຫຼັກຂອງພື້ນຖານເສດຖະກິດຢ່າງມີປະສິດທິຜົນ, ພັດທະນາໂດຍອີງຕາມຄວາມສົມດຸນລະຫວ່າງຕົວເມືອງ ແລະ ຊົນນະບົດ, ອຸດສາຫະກຳ ແລະ ກະສິກຳ, ດິນຕໍ່ແຜ່ນ ແລະ ທະເລໝູ່ເກາະ, ສູ້ຊົນເພີ່ມຄວາມໄວໃນການເຕີບໂຕ GRDP ນັບແຕ່ປີ 2025 ເປັນຕົ້ນໄປບັນລຸລະດັບ ສອງຕົວເລກ.

