ທ່ານລັດຖະມົນຕີການຕ່າງປະເທດ ສ.ເຊັກໂກ ຖ່າຍຮູບບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ສ.ເຊັກໂກ (ພາບ: VOV) |
ທີ່ພິທີສະເຫຼີມສະຫຼອງ ໂດຍສະຖານກົງສູນໃຫຍ່ ຫວຽດນາມ ປະຈຳນະຄອນ Sydney (ອົດສະຕາລີ) ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 28 ສິງຫາ, ທ່ານພົນໂທ ເລເຕິນເຕີຍ, ຫົວໜ້າກຳມາທິການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ຂອງສະພາແຫ່ງຊາດ ຫວຍດນາມໄດ້ສະແດງຄວາມເອກອ້າງທະນົງໃຈຕໍ່ປະເທດ ຫວຽດນາມແຫ່ງສັນຕິພາບ, ສະຖຽນລະພາບ, ມີໄຫວພິບ ແລະ ມີຫົວຄິດປະດິດສ້າງ, ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ເພື່ອບັນລຸໄດ້ບັນດາຜົນງານນີ້, ທ່ານເລເຕິນເຕີຍ ໄດ້ຢັ້ງຢືນວ່າ ຫວຽດນາມ ໄດ້ຮັບການໜູນຊ່ວຍອັນລ້ຳຄ່າຈາກເພື່ອນມິດສາກົນ, ໃນນັ້ນມີອົດສະຕາລີ. ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານລະຫວ່າງສອງປະເທດແມ່ນບາດລ້ຽວຊ່ວຍເປີດກວ້າງການຮ່ວມມືສອງຝ່າຍໄປຍັງບັນດາຂົງເຂດຂອງຍຸກສະໄໝ, ສະແດງໃຫ້ເຫັນລະດັບຄວາມໄວ້ເນື້ອເຊື່ອໃຈຍຸດທະສາດທີ່ເລິກເຊິ່ງກວ້າງຂວາງຂອງສອງປະເທດຢ່າງຈະແຈ້ງ.
ຢູ່ພິທີສະເຫຼີມສະຫຼອງ ຢູ່ນະຄອນຫຼວງ ປຣາຮາ, ສ.ເຊັກໂກ, ທ່ານເອກອັກຄະລັດຖະທູດ ເຢືອງຮວ່າຍນາມ ໄດ້ເນັ້ນໜັ້ກວ່າ ສ.ເຊັກໂກ ຍາມໃດກໍ່ແມ່ນເພື່ອນມິດທີ່ມີເປັນມູນເຊື້ອ ແລະ ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງອາດສາມາດພັດທະນາໃນອະນາຄົດໃນບັນດາຂົງເຂດການສຶກສາ ແລະ ບຳລຸງສ້າງ, ອຸດສາຫະກຳປ້ອງກັນຊາດ, ການຫັນເປັນດີຈີຕອນ ແລະ AI, ວັດທະນະທຳ, ການທ່ອງທ່ຽວ, ແຮງງານ… ພ້ອມກັນນັ້ນ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳຂອນແກ່ນ (ໄທ) ກໍ່ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດທີ 2 ກັນຍາຢູ່ນະຄອນ ອຸດອນ ທານີຢ່າງສົມກຽດ.

