ເຫດການໂດຍສະຫະພັນສະຫະກອນ ຫວຽດນາມ ຈັດຂຶ້ນ ໃນສະພາບການທີ່ ຫວຽດນາມ ພວມມຸ່ງໄປສູ່ພື້ນຖານເສດຖະກິດສີຂຽວ, ການພັດທະນາແບບຍືນຍົງ ແລະ ໃຫ້ຄຳໝັ້ນໝາຍບັນລຸອາຍເສຍລົງລະດັບສູນໃນປີ 2050. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ຮຽກຮ້ອງວ່າ:
ບັນດາກະຊວງ ຂະແໜງການ ທ້ອງຖິ່ນ ສືບຕໍ່ຜັນຂະຫຍາຍຢ່າງມີປະສິດທິຜົນ ບັນດານະໂຍບາຍບຸລິມະສິດ, ສົ່ງເສີມສະຫະກອນລົງທຶນໃຫ້ແກ່ການຫັນເປັນດີຈີຕອນ, ຄົ້ນຄ້ວາໝູນໃຊ້ວິທະຍາສາດເຕັກໂນໂລຊີ ເພື່ອຍົກສູງປະສິດທິຜົນການຜະລິດ, ດຳເນີນທຸລະກິດ ແລະ ບໍລິຫານສະຫະກອນ ຕາມເນື້ອໃນຈິດໃຈມະຕິເລກທີ 57 ຂອງກົມການເມືອງ ກ່ຽວກັບບຸກທະລຸການພັດທະນາ ວິທະຍາສາດເຕັກໂນໂລຊີ, ການຫັນເປັນດີຈີຕອນ, ແລະ ປ່ຽນແປງໃໝ່ປະດິດຄິດສ້າງລະດັບຊາດ.
