ກອງປະຊຸມໃຫຍ່ຜູ້ແທນສະມາຄົມວິສາຫະກິດຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວຄັ້ງທີ III |
ວັນທີ 12 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ໄດ້ໄຂກອງປະຊຸມໃຫຍ່ຜູ້ແທນສະມາຄົມວິສາຫະກິດຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວຄັ້ງທີ III , ອາຍຸການ 2022-2027. ກອງປະຊຸມໃຫຍ່ໄດ້ກຳນົດທິດທາງການເຄື່ອນໄຫວຂອງສະມາຄົມໃນອາຍຸການ III (2022-2027), ໃນນັ້ນໄດ້ເນັ້ນໜັກວ່າ ຈະຍຶດໝັ້ນຕໍ່ລາຍການປ່ຽນແປງຂອງສະມາຄົມ; ສຸມໃສ່ກໍ່ສ້າງລະບົບໃຫ້ຄົບຊຸດ, ເປັນເອກະພາບ ແລະ ຕິດພັນໃນໜ້າທີ່ວຽກງານຈຸດສຸມ; ສົ່ງເສີມໃຫ້ຄຳປຶກສາ, ຊ່ວຍເຫຼືອດ້ານນິຕິກຳ ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳ ແລະ ຖືກຕ້ອງຕາມກົດໝາຍຂອງສະມາຊິກສະມາຄົມ; ເພີ່ມທະວີການເຊື່ອມໂຍງເຄືອຂ່າຍກັບບັນດາອົງການນັກທຸລະກິດ, ສະມາຄົມຂະແໜງວິຊາຊີບ, ບັນດາອົງການສິນເຊື່ອ… ຢູ່ໃນປະເທດ, ພາກພື້ນ ແລະ ໃນໂລກ. ກອງປະຊຸມໃຫ່ຍໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ດ້ວຍສະມາຊິກ 11 ຄົນ ແລະ ປ່ອນບັດຄັດເລືອກເອົາ ທ່ານ ເຢືອງດິ້ງບາງ ເປັນປະທານຄະນະບໍລິຫານງານສະມາຄົມວິສາຫະກິດຫວຽດນາມ ຢູ່ລາວຊຸດໃໝ່.
ທ່ານ ຫວຽນບ່າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ກ່າວຄຳເຫັນທີ່ກອງປະຊຸມ |
ນັກຂ່າວ VOV ປະຈຳ ລາວ
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


