ທ່ານ Miroslav Jenca ຜູ້ຊ່ວຍວຽກຂອງທ່ານເລຂາທິການໃຫຍ່ ສປຊ ຮັບຜິດຊອບ ເອີຣົບ, ອາຊີກາງ ແລະ ອາເມລິກາ (ພາບ: Reuters)

ວັນທີ 5 ສິງຫາ (ຕາມເວລາທ້ອງຖິ່ນ), ສະພາຄວາມໝັ້ນຄົງ ສປຊ ໄດ້ໂຮມປະຊຸມຢູ່ ນິວຢອກ, ເພື່ອຮັບຟັງບົດລາຍງານກ່ຽວກັບສະພາບການປະທະກັນລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ, ກໍຄືກ່ຽວກັບເງື່ອນໄຂຄວາມໝັ້ນຄົງ - ມະນຸດສະທຳຢູ່ດິນແດນ ປາແລັດສະຕິນ ຖືກຢຶດຄອງ.

ເມື່ອກ່າວຄຳເຫັນທີ່ກອງປະຊຸມ ສະພາຄວາມໝັ້ນຄົງ ໂດຍ ອິດສະຣາແອັນ ສະເໜີ, ທ່ານ Miroslav Jenca ຜູ້ຊ່ວຍວຽກຂອງທ່ານເລຂາທິການໃຫຍ່ ສປຊ ຮັບຜິດຊອບ ເອີຣົບ, ອາຊີກາງ ແລະ ອາເມລິກາ ໃຫ້ຮູ້ວ່າ ສະພາບການຢູ່ດິນແດນ ປາແລັດສະຕິນ ຖືກຢຶດຄອງພວມສືບຕໍ່ຮ້າຍແຮງ, ຕ້ອງຊອກຫາມາດຕະການການເມືອງໃຫ້ແກ່ວິກິດການຢູ່ເຂດ ກາຊາ ເພື່ອສາມາດນຳມາເຊິ່ງສັນຕິພາບ, ສະຖຽນລະພາບຍາວນານໃຫ້ແກ່ປະຊາຊົນສອງຝ່າຍ. ໂດຍອ້າງອີງຕາມຄຳປຶກສາຂອງສານຍຸຕິທຳສາກົນ (ICJ) ເມື່ອເດືອນກໍລະກົດ 2024, ເຈົ້າໜ້າທີ່ ສປຊ ຖະແຫຼງວ່າ ອິດສະຣາແອັນ ມີພັນທະຕ້ອງຢຸດຕິທຸກການເຄື່ອນໄຫວຕັ້ງຖິ່ນຖານໃໝ່, ຍົກຍ້າຍຜູ້ມາຕັ້ງຖິ່ນຖານອອກຈາກເຂດດິນແດນ ປາແລັດສະຕິນ ຖືກຢຶດຄອງ ແລະ ຢຸດຕິການມີໜ້າແບບຜິດກົດໝາຍຂອງຕົນຢູ່ທີ່ນີ້ຍິ່ງໄວກໍຍິ່ງດີ; ພ້ອມທັງຢັ້ງຢືນເລື່ອງທີ່ກົດໝາຍສາກົນຊີ້ແຈ້ງວ່າ ກາຊາ ຕ້ອງແມ່ນສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກລັດ ປາແລັດສະຕິນ ໃນອະນາຄົດໄດ້.