ພາຍໃຕ້ທຸງພັກສະຫງ່າງາມ, ທົ່ວປວງຊົນ ຫວຽດນາມ ສາມັກຄີກັນ, ຮ່ວມແຮງຮ່ວມໃຈເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຢ່າງມີໄຊ (ພາບ: VOV) |
ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສັ້ງຕັ້ງພັກກອມມູນິດ ຫວຽດນາມ (03/02/1930 - 03/02/2026), ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ແລະ ຄະນະບໍລິຫານງານສູນກາງພັກປະຊາຊົນ ກຳປູເຈຍ ໄດ້ສົ່ງສານອວຍພອນມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.
ໃນສານອວຍພອນຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ມີຕອນຂຽນວ່າ: ພັກກອມມູນິດ ຫວຽດນາມ ແມ່ນ ຄັນທຸງນຳພາພາລະກິດປະຕິວັດອັນພິລະອາດຫານ ແລະ ມີຫົວຄິດປະດິດສ້າງ ຜ່ານການວາງອອກແນວທາງທີ່ຖືກຕ້ອງ, ສະຫຼາດສ່ອງໄສ, ປີຊາສາມາດ ແລະ ນຳພາປະຊາຊົນ ຫວຽດນາມ. ພັກປະຊາຊົນປະຕິວັດ ລາວ ແລະປະຊາຊົນລາວບັນດາເຜົ່າ ເຊື່ອໝັ້ນຢ່າງແນ່ວແນ່ວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ, ປີຊາສາມາດຂອງພັກກອມມູນິດ ຫວຽດນາມ ໂດຍທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ນຳໜ້າ, ທົ່ວພັກ, ທົ່ວປວງຊົນ ຫວຽດນາມຈະປະຕິບັດບັນດາເປົ້າໝາຍໂດຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກວາງອອກ ຢ່າງມີໄຊ, ກໍ່ສ້າງປະເທດສັງຄົມນິຍົມ ຫວຽດນາມ ແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ ແລະ ຜາສຸກ.
ໃນສານຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ກຳປູເຈຍ, ພັກປະຊາຊົນກຳປູເຈຍໄດ້ຕີລາຄາສູງ ບັນດາຜົນສຳເລັດອັນໃຫຍ່ຫຼວງເຊິ່ງ ຫວຽດນາມ ບັນລຸໄດ້ໃນການຮັກສາສັນຕິພາບ ແລະ ພັດທະນາປະເທດໃນທຸກຂົງເຂດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

