ຊາວອິດສະລາແອັນ ແຫ່ຂະບວນປະທ້ວງຄັດຄ້ານແຜນການບຸກໂຈມຕີເຂດກາຊາ (ພາບ: REUTERS/Ronen Zvulun)
|
ບັນດາການແຫ່ຂະບວນປະທ້ວງຄັດຄ້ານເລື່ອງແກ່ຍາວການຕໍ່ສູ້ຢູ່ເຂດກາຊາ ສືບຕໍ່ໄດ້ຈັດຂຶ້ນໃນທົ່ວປະເທດ ອິດສະລາແອັນ ໃນວັນທີ 7 ສິງຫາ, ໃນສະພາບການລັດຖະບານ ອິດສະລາແອັນ ດຳເນີນວາລະປຶກສາຫາລືພິເສດເພື່ອຮັບຮອງເອົາແຜນການເປີດກວ້າງການບຸກໂຈມຕີ ແລະ ຢຶດຄອງເຂດກາຊາ ຢ່າງສົມບູນ. ຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງຮຽກຮ້ອງໃຫ້ລັດຖະບານ ອິດສະລາແອັນ ມຸ່ງໄປເຖິງຂໍ້ຕົກລົງຢ່າງຮອບດ້ານກ່ຽວກັບການຢຸດຕິສົງຄາມຢູ່ເຂດກາຊາ ແລະ ປ່ອຍຕົວປະກັນເປັນອິດສະຫຼະ.
ຢູ່ນະຄອນ Tel Aviv, ຜູ້ແຫ່ຂະບວນປະທ້ວງ ໄດ້ປິດລ້ອມເສັ້ນທາງຫຼວງຕ່າງໆ. ສ່ວນຢູ່ Jerusalem, ພໍ່ແມ່ພີ່ນ້ອງຂອງຕົວປະກັນຈຳນວນໜຶ່ງໄດ້ເອົາຕ່ອງໂສ້ມັດຕົວເອງ ແລະ ເຕົ້າໂຮມກັນປະທ້ວງຢູ່ນອກທຳນຽບຂອງລັດຖະບານ - ເຊິ່ງແມ່ນສະຖານທີ່ບັນດາສະມາຊິກລັດຖະບານ ອິດສະລາແອັນ ພວມປຶກສາຫາລືແຜນການເປີດກວ້າງການບຸກໂຈມຕີ ແລະ ຢຶດຄອງເຂດກາຊາ.
ກ່ຽວກັບວາລະປຶກສາຫາລືນີ້, ວົງການນັກຂ່າວ ອິດສະລາແອັນ ໃຫ້ຮູ້ວ່າ ທ່ານພົນຕີ Eyal Zamir ຫົວໜ້າເສນາທິການໃຫຍ່ ກຳລັງປ້ອງກັນຕົວ ອິດສະລາແອັນ(IDF) ສືບຕໍ່ອອກຄຳກ່າວເຕືອນ ບັນດາສະມາຊິກລັດຖະບານ ອິດສະລາແອັນ ກ່ຽວກັບຄວາມປອດໄພຂອງບັນດາຕົວປະກັນ, ໃນກໍລະນີປະເທດນີ້ຊຸກຍູ້ແຜນການຢຶດຄອງເຂດກາຊາ.

